7 ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
ເຮົາແມ່ນພຣະເຈົ້າຢາເວພຣະເຈົ້າຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ.
ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ.
ບໍ່ດັ່ງນັ້ນ ລູກຫລານຂອງພວກເຂົາຜູ້ທີ່ຈະຕ້ອງບໍຣິສຸດນັ້ນ ກໍຈະເປັນມົນທິນຕາມກົດບັນຍັດດ້ວຍ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາໄດ້ຕັ້ງລາວໄວ້ຕ່າງຫາກເພື່ອເປັນມະຫາປະໂຣຫິດ.”
ແຕ່ຍ້ອນວ່າລາວມີຮ່າງກາຍພິການ ຈຶ່ງຈະເຂົ້າມາໃກ້ຜ້າກັ້ງ ຫລືໃກ້ແທ່ນບູຊາບໍ່ໄດ້. ລາວຕ້ອງບໍ່ເຮັດໃຫ້ສິ່ງບໍຣິສຸດເຫຼົ່ານີ້ເປັນມົນທິນ ເພາະເຮົາແມ່ນພຣະເຈົ້າຢາເວຜູ້ໃຫ້ພວກເຂົາເປັນບໍຣິສຸດ.”
ປະຊາຊົນຕ້ອງຖືປະໂຣຫິດວ່າບໍຣິສຸດ ເພາະພວກເຂົາເປັນຜູ້ຖວາຍອາຫານແກ່ພຣະເຈົ້າຂອງພວກເຈົ້າ. ພວກເຂົາຕ້ອງບໍຣິສຸດຕໍ່ພວກເຈົ້າ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ ແລະເຮົາສ້າງປະຊາຊົນຂອງເຮົາໃຫ້ບໍຣິສຸດ.
ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ.
ເຫດສະນັ້ນ ໃນຖານະທີ່ເປັນພວກ ຊຶ່ງພຣະເຈົ້າຊົງຮັກແລະຊົງເລືອກໄວ້ ໃຫ້ເປັນໄພ່ພົນຂອງພຣະອົງ ຈົ່ງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ.
ສິ່ງນີ້ແຫຼະ ແມ່ນນໍ້າພຣະໄທຂອງພຣະເຈົ້າ ຄືໃຫ້ພວກເຈົ້າເປັນຄົນບໍຣິສຸດ ແລະເວັ້ນຈາກການຜິດສິນທຳທາງເພດທຸກຮູບແບບ.
ເພາະວ່າ ພຣະເຈົ້າບໍ່ໄດ້ເອີ້ນເອົາພວກເຮົາໃຫ້ໃຊ້ຊີວິດໃນທາງຜິດສິນທຳ ແຕ່ໃຫ້ໃຊ້ຊີວິດໃນທາງບໍຣິສຸດ.
ຈົ່ງພະຍາຍາມທີ່ຈະຢູ່ກັບທຸກຄົນຢ່າງສະຫງົບສຸກ ແລະຈົ່ງພະຍາຍາມທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະຜູ້ເປັນເຈົ້າ.
ໂຢຊວຍໄດ້ກ່າວແກ່ປະຊາຊົນວ່າ, “ແຕ່ພວກເຈົ້າບໍ່ອາດຈະບົວລະບັດຮັບໃຊ້ພຣະເຈົ້າຢາເວໄດ້ດອກ. ພຣະອົງເປັນພຣະເຈົ້າອົງບໍຣິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ ແລະພຣະອົງຈະບໍ່ອະໄພການລະເມີດ ຫຼືການບາບຂອງພວກເຈົ້າ.
ແລ້ວໂຢຊວຍກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຊຳລະຕົນໃຫ້ບໍຣິສຸດ ເພາະມື້ອື່ນພຣະເຈົ້າຢາເວຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.”