4 ແຕ່ຖ້າຊຸມຊົນບໍ່ເອົາໃຈໃສ່ຕໍ່ສິ່ງທີ່ຜູ້ນັ້ນໄດ້ເຮັດ ແລະບໍ່ລົງໂທດລາວໃຫ້ເຖິງຕາຍ
ຜູ້ທຳນວາຍຈຶ່ງກ່າວຕໍ່ກະສັດວ່າ, “ນີ້ຄືຖ້ອຍຄຳຂອງພຣະເຈົ້າຢາເວ: ‘ເພາະເຈົ້າປ່ອຍຄົນທີ່ເຮົາສັ່ງໃຫ້ຂ້າຖິ້ມໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າເອງທົດແທນຄືນ ແລະກອງທັບຂອງເຈົ້າກໍຈະຖືກທຳລາຍ ທີ່ເຈົ້າໄດ້ປ່ອຍໃຫ້ກອງທັບຂອງລາວໜີໄປ.”’
ຖ້າຜູ້ໃດມອບລູກຊາຍຍິງຂອງຕົນໃຫ້ພະໂມເລັກ ແລະເຮັດໃຫ້ຫໍເຕັນສັກສິດຂອງເຮົາເປັນມົນທິນ ແລະເຮັດໃຫ້ນາມຊື່ອັນສັກສິດຂອງເຮົາເສື່ອມເສຍ; ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນ ທັງຈະບໍ່ຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ເຮົາເອງຈະຫັນມາຕໍ່ສູ້ລາວກັບຄອບຄົວຂອງລາວ ແລະຕໍ່ສູ້ທຸກຄົນທີ່ສົມຮູ້ຮ່ວມຄິດກັນບໍ່ສັດຊື່ຕໍ່ເຮົາ ຍ້ອນຫັນໄປຂາບໄຫວ້ພະໂມເລັກ. ເຮົາຈະບໍ່ຖືພວກເຂົາວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ໃນສະໄໝທີ່ມະນຸດຍັງໂງ່ບໍ່ຮູ້ຈັກພຣະເຈົ້າ ພຣະອົງກໍບໍ່ຊົງຖືໂທດ ແຕ່ບັດນີ້ ພຣະອົງສັ່ງແກ່ມະນຸດທັງປວງໃນທົ່ວທຸກບ່ອນ ໃຫ້ຖິ້ມໃຈເກົ່າເອົາໃຈໃໝ່.
ຢ່າປ່ອຍໃຫ້ລາວຊັກຊວນພວກເຈົ້າ ແລະຢ່າຟັງຄວາມລາວ. ຢ່າສະແດງຄວາມເມດຕາປານີ ແລະຢ່າປ້ອງກັນລາວໄວ້.
ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງສູ້ຮົບເຫຼົ່າສັດຕູຂອງພວກເຂົາບໍ່ໄດ້. ພວກເຂົາຖືກຕີໃຫ້ຖອຍໜີໄປ ກໍຍ້ອນວ່າພວກເຂົາເປັນຝ່າຍທີ່ຕ້ອງຖືກທຳລາຍ ເຮົາຈະບໍ່ຢູ່ກັບພວກເຈົ້າຕໍ່ໄປ ຈົນກວ່າພວກເຈົ້າຈະທຳລາຍສິ່ງທີ່ເຮົາຫ້າມບໍ່ໃຫ້ເອົານັ້ນ.
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ.