16 ຖ້າຍິງຜູ້ໃດພະຍາຍາມສົມສູ່ທາງເພດກັບສັດ ຍິງຜູ້ນັ້ນກັບສັດຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ເຂົາຮັບຜິດຊອບຕໍ່ການຕາຍຂອງຕົນເອງ.
ລາວຈະຖືກແກວ່ງດ້ວຍກ້ອນຫີນ ຫລືຖືກຍິງດ້ວຍລູກໜ້າທະນູ ແລະຢ່າຂ້າໂດຍໃຊ້ມືແຕະຕ້ອງລາວ. ຢ່າໄວ້ຊີວິດຜູ້ໃດຜູ້ໜຶ່ງ ບໍ່ວ່າຄົນຫລືສັດກໍຕາມ, ແຕ່ພໍເມື່ອສຽງແກດັງໃຫ້ບາງຄົນ ຂຶ້ນມາເທິງພູໄດ້.”
“ຖ້າງົວເຖິກໂຕໜຶ່ງຊົນຄົນຕາຍ ຈົ່ງເອົາຫີນແກວ່ງໃສ່ງົວນັ້ນໃຫ້ຕາຍ ແລະຢ່າກິນຊີ້ນຂອງມັນ, ແຕ່ເຈົ້າຂອງງົວຈະບໍ່ໄດ້ຮັບໂທດ.
ຖ້າງົວເຖິກຊົນທາດຮັບໃຊ້ຊາຍຕາຍ ເຈົ້າຂອງງົວຕ້ອງຈ່າຍຄ່າຫົວໃຫ້ແກ່ນາຍຂອງທາດຮັບໃຊ້ ເປັນເງິນສາມສິບຫລຽນ ແລະຈົ່ງເອົາກ້ອນຫີນແກວ່ງໃສ່ງົວໂຕນັ້ນໃຫ້ເຖິງຕາຍ.”
ຢ່າໄວ້ຊີວິດຄົນທີ່ສົມສູ່ທາງເພດກັບສັດ.
ຊາຍກໍດີຫລືຍິງກໍດີ ຢ່າໄດ້ສົມສູ່ທາງເພດກັບສັດ; ເພາະການເຮັດຢ່າງບ້າຄັ່ງເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນຕາມກົດບັນຍັດ.
ຖ້າຊາຍຜູ້ໃດໄດ້ສົມສູ່ທາງເພດກັບສັດ ຊາຍຜູ້ນັ້ນແລະສັດຈະຕ້ອງໄດ້ຮັບໂທດເຖິງຕາຍ.
ຖ້າຊາຍຜູ້ໜຶ່ງແຕ່ງງານກັບເອື້ອຍ ຫລືນ້ອງຂອງຕົນເອງ ຫລືເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ, ພວກເຂົາຈະຕ້ອງຖືກປະຊາຊົນປະຈານຂາຍໜ້າ ແລະຖືກຂັບໄລ່ໃຫ້ອອກໄປຈາກຊຸມຊົນ. ລາວໄດ້ສົມສູ່ກັບເອື້ອຍຫລືນ້ອງຂອງຕົນ; ສະນັ້ນ ລາວຈຶ່ງຕ້ອງຮັບຜົນທີ່ຕາມມາ.
ເພາະວ່າ ຂໍ້ຄວາມທີ່ຊົງບັນຍັດໄວ້ນັ້ນ ພວກເຂົາທົນບໍ່ໄດ້ ຄືວ່າ, “ແມ່ນແຕ່ສັດເດຍລະສານໂຕໃດໂຕໜຶ່ງ ຖ້າຫາກໄປຕ້ອງພູນັ້ນ ກໍຈະຕ້ອງຖືກຄວ່າງກ້ອນຫີນໃສ່ໃຫ້ຕາຍ.”