Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 20:12 - ພຣະຄຳພີສັກສິ

12 ຖ້າ​ຊາຍ​ຄົນ​ໜຶ່ງ​ສົມສູ່​ກັບ​ລູກໃພ້​ຂອງຕົນ ພວກເຂົາ​ທັງສອງ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ໄດ້​ປະພຶດ​ຜິດ​ນອກ​ສິນທຳ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 20:12
6 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ເຂົ້າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ ແລະ​ຖາມ​ວ່າ, “ນ້ອງສາວ​ໄປ​ນອນ​ກັບ​ອ້າຍ​ບໍ່?” (ເພິ່ນ​ບໍ່​ຮູ້​ວ່າ​ນາງ​ເປັນ​ລູກໃພ້​ຂອງ​ຕົນເອງ.) ນາງ​ຖາມ​ຄືນ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ?”


ເພິ່ນ​ຖາມ​ນາງ​ວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ​ເປັນ​ຂອງ​ມັດຈຳ?” ນາງ​ຕອບ​ວ່າ, “ກາ​ທີ່​ມີ​ເຊືອກ​ຫ້ອຍ ແລະ​ໄມ້ຄ້ອນເທົ້າ​ທີ່​ອ້າຍ​ກຳລັງ​ຖື​ຢູ່​ນັ້ນ​ເດ.” ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ໃຫ້​ນາງ. ແລ້ວ​ທັງສອງ​ກໍ​ໄປ​ນອນ​ນຳ​ກັນ​ແລະ​ນາງ​ກໍ​ຕັ້ງ​ທ້ອງ.


ລາວ​ຕ້ອງ​ໃຊ້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ລາວ​ບໍ່ມີ​ເງິນ​ຊົດໃຊ້​ຄືນ ລາວ​ຈະ​ຕ້ອງ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ໃຫ້​ກຸ້ມ​ຄ່າ​ເສຍຫາຍ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ສັດ​ຖືກ​ລັກ​ໄປ​ນັ້ນ​ເປັນ​ງົວ, ລໍ ຫລື​ແກະ​ທີ່​ຍັງ​ມີ​ຊີວິດ ແລະ​ຢູ່​ໃນ​ຄວາມ​ຄອບຄອງ​ຂອງຕົນ; ລາວ​ຕ້ອງ​ໃຊ້​ຄືນ​ສັດ​ສອງ​ໂຕ​ແທນ​ສັດ​ໂຕໜຶ່ງ. ຖ້າ​ຄົນ​ຂີ້ລັກ​ຖືກ​ຈັບ​ໄດ້​ແລະ​ຖືກ​ຂ້າ​ຕາຍ ໃນ​ຂະນະທີ່​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຕອນ​ກາງຄືນ ຜູ້​ທີ່​ຂ້າ​ນັ້ນ​ບໍ່ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ແຕ່​ຖ້າ​ເຫດການ​ເກີດຂຶ້ນ​ໃນ​ຕອນ​ກາງເວັນ ລາວ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ.


ຢ່າ​ສົມສູ່​ກັບ​ລູກໃພ້​


ຊາຍ​ກໍດີ​ຫລື​ຍິງ​ກໍດີ ຢ່າ​ໄດ້​ສົມສູ່​ທາງ​ເພດ​ກັບ​ສັດ; ເພາະ​ການ​ເຮັດ​ຢ່າງ​ບ້າ​ຄັ່ງ​ເຊັ່ນນີ້ ພາ​ໃຫ້​ພວກເຈົ້າ​ເປັນມົນທິນ​ຕາມ​ກົດບັນຍັດ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງເພດ​ກັບ​ແມ່ນ້າ​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka