ລະບຽບ^ພວກເລວີ 2:9 - ພຣະຄຳພີສັກສິ9 ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. Uka jalj uñjjattʼäta |
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’