7 ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂາງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແລ້ວຈຶ່ງຈືນ.
ຮັບຜິດຊອບເຂົ້າຈີ່ທີ່ຖວາຍແກ່ພຣະເຈົ້າ, ແປ້ງເຂົ້າທີ່ໃຊ້ໃນການຖວາຍບູຊາ, ເຂົ້າໜົມທີ່ບໍ່ມີເຊື້ອແປ້ງ, ເຄື່ອງປີ້ງບູຊາ ແລະແປ້ງເຂົ້າປະສົມນໍ້າມັນໝາກກອກເທດ; ຊັ່ງແລະຕັກຕວງເຄື່ອງຖວາຍໃນພຣະວິຫານ;
ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ.
ຈົ່ງນຳເຂົ້າໜົມຈືນນັ້ນມາຖວາຍແກ່ພຣະເຈົ້າຢາເວ ໂດຍມອບໃຫ້ປະໂຣຫິດຜູ້ຈະນຳໄປວາງເທິງແທ່ນບູຊາ.
ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງແລະອົບໃນເຕົາ ຫລືຈືນໃສ່ໝໍ້ຂາງ ຫລືປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງປະໂຣຫິດຜູ້ເຮັດພິທີຖວາຍ.