Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 2:3 - ພຣະຄຳພີສັກສິ

3 ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ທີ່​ຍັງເຫລືອ​ຢູ່​ນັ້ນ ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 2:3
17 Jak'a apnaqawi uñst'ayäwi  

ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.


ຈົ່ງ​ເຮັດ​ດັ່ງນີ້​ທຸກໆ​ວັນ ຕະຫລອດ​ເຈັດ​ວັນ. ແລ້ວ​ແທ່ນ​ນັ້ນ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ແທ່ນ​ນັ້ນ ຄົນ​ນັ້ນ​ແລະ​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ​ຂອງ​ແທ່ນບູຊາ.”


ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ເພື່ອ​ຊົດໃຊ້​ແທນຄືນ​ຈະ​ເປັນ​ອາຫານ​ຂອງ​ພວກ​ປະໂຣຫິດ ແລະ​ໃຫ້​ພວກເຂົາ​ຮັບ​ເອົາ​ທຸກໆສິ່ງ​ໃນ​ຊາດ​ອິດສະຣາເອນ ທີ່​ໄດ້​ແຍກ​ໄວ້​ຕ່າງຫາກ​ສຳລັບ​ເຮົາ.


ແລະ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ໃຫ້​ພວກ​ປະໂຣຫິດ​ຕົ້ມ​ຊີ້ນ ທີ່​ໄດ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ເພື່ອ​ລຶບລ້າງ​ບາບ ຫລື​ເຄື່ອງ​ຖວາຍ​ໃນ​ການ​ຊົດໃຊ້​ຄືນ ແລະ​ປີ້ງ​ເຄື່ອງ​ຖວາຍ​ທີ່​ເຮັດ​ຈາກ​ແປ້ງເຂົ້າ ເພື່ອ​ວ່າ​ບໍ່​ໃຫ້​ສິ່ງ​ສັກສິດ​ໃດໆ​ຖືກ​ນຳ​ອອກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ ຊຶ່ງ​ປະຊາຊົນ​ອາດ​ຈະ​ໄດ້​ຮັບ​ອັນຕະລາຍ.”


ຊີ້ນ​ຂາ​ຫລັງ​ກັບ​ຊີ້ນ​ໜ້າເອິກ​ພ້ອມ​ໄຂມັນ ທຸກຢ່າງ​ທີ່​ຖວາຍ​ບູຊາ​ດ້ວຍ​ໄຟ ຈົ່ງ​ເອົາ​ມາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ນີ້​ເປັນ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ສືບ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”


ເພິ່ນ​ຈະ​ຂ້າປາດຄໍ​ແກະເຖິກ ຢູ່​ໃນ​ບ່ອນ​ສັກສິດ ຄື​ບ່ອນ​ຂ້າ​ສັດ​ຖວາຍ​ລຶບລ້າງ​ບາບ ແລະ​ເຜົາ​ຖວາຍບູຊາ. ເພິ່ນ​ຕ້ອງ​ຂ້າ​ສັດ​ໃນ​ທີ່ນັ້ນ ເພາະວ່າ​ເຄື່ອງ​ຖວາຍ​ຊົດໃຊ້​ແທນຄືນ ແລະ​ລຶບລ້າງ​ບາບ ເປັນ​ຂອງ​ປະໂຣຫິດ​ແລະ​ເປັນ​ເຄື່ອງ​ບໍຣິສຸດ​ທີ່ສຸດ.


ສ່ວນ​ເຄື່ອງ​ຖວາຍ​ທີ່​ເຫຼືອ​ນັ້ນ​ເປັນ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເພາະ​ເປັນ​ສ່ວນໜຶ່ງ​ບໍຣິສຸດ​ທີ່ສຸດ​ໃນ​ທ່າມກາງ​ເຄື່ອງ​ບູຊາ​ດ້ວຍ​ໄຟ ຊຶ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ.


ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;


ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ. ສ່ວນ​ແປ້ງເຂົ້າ​ທີ່​ເຫຼືອ​ຈະ​ເປັນ​ຂອງ​ປະໂຣຫິດ ເໝືອນກັນ​ກັບ​ກໍລະນີ​ຖວາຍ​ພືດຜົນ​ເປັນເມັດ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ໄປ​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ໃຫ້​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້: ສຳລັບ​ການ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ. ເຄື່ອງ​ຖວາຍ​ເຜົາບູຊາ​ຕ້ອງ​ຖືກ​ປະ​ໄວ້​ທີ່​ແທ່ນ​ຕະຫລອດ​ຄືນ ແລະ​ໄຟ​ກໍ​ໃຫ້​ລຸກ​ຢູ່​ສະເໝີ.


ລະບຽບ​ການ​ຂໍ້​ໜຶ່ງ​ທີ່​ໃຊ້​ປະຕິບັດ​ກັບ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ເພື່ອ​ຊົດໃຊ້​ແທນຄືນ​ຄື: ຊີ້ນ​ສັດ​ນັ້ນ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ.


ການ​ຖວາຍ​ພືດຜົນ​ເປັນເມັດ​ທຸກ​ຄັ້ງ ທີ່​ໄດ້​ບົດ​ເປັນ​ແປ້ງ​ແລະ​ອົບ​ໃນ​ເຕົາ ຫລື​ຈືນ​ໃສ່​ໝໍ້ຂາງ ຫລື​ປີ້ງ​ເທິງ​ເຫລັກປີ້ງ ຕ້ອງ​ເປັນ​ຂອງ​ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍ.


ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka