Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 2:2 - ພຣະຄຳພີສັກສິ

2 ແລະ​ໃຫ້​ລາວ​ນຳ​ສິ່ງ​ນັ້ນ​ມາ​ໃຫ້​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ. ປະໂຣຫິດ​ຜູ້​ເຮັດ​ພິທີ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ ພ້ອມ​ນໍ້າມັນ​ແລະ​ເຄື່ອງຫອມ ມາ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 2:2
17 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຈົດຈຳ​ສິ່ງດີໆ​ທັງໝົດ​ເຫຼົ່ານີ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ການ​ຮັບໃຊ້​ພຣະອົງ​ໃນ​ທີ່ນັ້ນ​ດ້ວຍ​ເຖີດ.


ຂ້າພະເຈົ້າ​ສັ່ງ​ໃຫ້​ຊາວ​ເລວີ​ຊຳລະ​ຕົວ ແລະ​ໄປ​ເຝົ້າຍາມ​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ວັນ​ຊະບາໂຕ​ໄດ້​ຖືກ​ຮັກສາ​ໄວ້​ໃຫ້​ບໍຣິສຸດ. ໂອ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ໃນ​ເລື່ອງ​ນີ້​ເຊັ່ນດຽວ​ກັນ​ແດ່ທ້ອນ ແລະ​ຂໍ​ຊົງໂຜດ​ເອັນດູ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນ​ແກ່​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຈົ່ງ​ໂຮມ​ເງິນ​ທັງໝົດ​ທີ່​ໄດ້​ຈາກ​ປະຊາຊົນ​ອິດສະຣາເອນ​ນັ້ນ ນຳ​ມາ​ໃຊ້​ຈ່າຍ​ໃນ​ການ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ. ເພື່ອ​ເປັນທີ່​ລະນຶກເຖິງ​ຊົນຊາດ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ສຳລັບ​ການໄຖ່​ຊີວິດ​ຂອງ​ພວກເຈົ້າ​ທັງຫຼາຍ.”


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ປະໂຣຫິດ​ຈະ​ຕ້ອງ​ເຜົາ​ສ່ວນ​ໜຶ່ງ​ຂອງ​ອາຫານ, ນໍ້າມັນ ແລະ​ເຄື່ອງຫອມ​ທັງໝົດ ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ.


ປະໂຣຫິດ​ຈະ​ຮັບ​ເອົາ​ສ່ວນ​ໜຶ່ງ ແລ້ວ​ກໍ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ເທິງ​ແຕ່ລະ​ແຖວ​ນັ້ນ ໃຫ້​ເອົາ​ກຳຍານ​ບໍຣິສຸດ​ບາງ​ສ່ວນ​ໃສ່ ແລະ​ກຳຍານ​ນັ້ນ​ກໍ​ຈະ​ເປັນ​ເຄື່ອງໝາຍ​ວ່າ ເຂົ້າຈີ່​ນັ້ນ​ໄດ້​ອຸທິດ​ຖວາຍ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ແລ້ວ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ແປ້ງ​ໜຶ່ງ​ກິໂລກຼາມ ມາ​ຖວາຍ​ເປັນ​ການ​ລຶບລ້າງ​ບາບ. ລາວ​ບໍ່​ຕ້ອງ​ເອົາ​ນໍ້າມັນ​ໝາກກອກເທດ ຫລື​ເຄື່ອງຫອມ​ໃສ່​ໃນ​ແປ້ງ​ນັ້ນ ເພາະວ່າ​ແມ່ນ​ການ​ຖວາຍ​ລຶບລ້າງ​ບາບ ແລະ​ບໍ່ແມ່ນ​ການ​ຖວາຍ​ພືດຜົນ​ເປັນເມັດ.


ລາວ​ຕ້ອງ​ນຳ​ແປ້ງເຂົ້າ​ມາ​ໃຫ້​ປະໂຣຫິດ ຜູ້​ທີ່​ຈະ​ກຳ​ເອົາ​ແປ້ງ​ເຕັມ​ກຳ ອັນ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ​ໄດ້​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ແປ້ງ​ກຳ​ນັ້ນ ເທິງ​ແທ່ນບູຊາ​ເປັນ​ພິທີ​ຖວາຍ​ອາຫານ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ແປ້ງ​ກຳ​ໜຶ່ງ​ແລະ​ນໍ້າມັນ​ໝາກກອກເທດ​ພ້ອມ​ທັງ​ເຄື່ອງຫອມ ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ທັງໝົດ​ນັ້ນ​ໄດ້​ຖວາຍ​ແລ້ວ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.


ແລ້ວ​ປະໂຣຫິດ​ກໍ​ຈະ​ກຳ​ເອົາ​ແປ້ງ​ໜຶ່ງ​ກຳ​ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ໄດ້​ຖວາຍ​ແປ້ງ​ນັ້ນ​ແລ້ວ. ສຸດທ້າຍ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ໃຫ້​ນາງ​ດື່ມ.


ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka