15 ຈົ່ງຖອກນໍ້າມັນໝາກກອກເທດໃສ່ ແລະເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ.
ຈົ່ງໃຊ້ແປ້ງຊະນິດດີທີ່ສຸດແຕ່ບໍ່ມີເຊື້ອແປ້ງ ແລະນໍ້າມັນໝາກກອກເທດມາເຮັດເຂົ້າຈີ່ ຊຶ່ງບາງຊະນິດນັ້ນບໍ່ຕ້ອງໃຊ້ນໍ້າມັນໝາກກອກເທດ ແລະເຂົ້າຈີ່ບາງຊະນິດຊຶ່ງເປັນແຜ່ນບາງໆ ຕ້ອງໃຊ້ນໍ້າມັນໝາກກອກເທດ.
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເອົາເຄື່ອງຫອມແນວລະຊະນິດ ຈຳນວນເທົ່າກັນມາຄື: ພືດພັນຊະນິດຫອມ, ຊາມົດ, ມະຫາຫິງ ແລະກຳຍານບໍຣິສຸດ.
ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ
ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ.
ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນໍ້າມັນ ແລະເຄື່ອງຫອມທັງໝົດ ຖວາຍແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ.
ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍນົກກາງແກຫລືນົກເຂົາສອງໂຕໄດ້ ຕ້ອງໃຫ້ລາວນຳແປ້ງໜຶ່ງກິໂລກຼາມ ມາຖວາຍເປັນການລຶບລ້າງບາບ. ລາວບໍ່ຕ້ອງເອົານໍ້າມັນໝາກກອກເທດ ຫລືເຄື່ອງຫອມໃສ່ໃນແປ້ງນັ້ນ ເພາະວ່າແມ່ນການຖວາຍລຶບລ້າງບາບ ແລະບໍ່ແມ່ນການຖວາຍພືດຜົນເປັນເມັດ.
ຜູ້ໃດກໍຕາມທີ່ເອົາລູກແກະຫລືແບ້ມາເຜົາຖວາຍບູຊາແກ່ພຣະເຈົ້າຢາເວ ຈະຕ້ອງນຳມາພ້ອມກັບສັດແຕ່ລະໂຕຄື: ແປ້ງເຂົ້າຢ່າງດີໜຶ່ງກິໂລກຼາມປົນກັບນໍ້າມັນໝາກກອກເທດໜຶ່ງລິດ ຕາມພິທີການຖວາຍພືດຜົນເປັນເມັດພ້ອມກັບເຫຼົ້າອະງຸ່ນໜຶ່ງລິດ.