13 ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກໆຊະນິດທີ່ນຳມາຖວາຍນັ້ນ ເພາະວ່າເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ).
“ຈົ່ງຟັງຂ້າພະເຈົ້າໃຫ້ດີ ພວກທ່ານບໍ່ຮູ້ບໍວ່າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເຮັດພັນທະສັນຍາ ອັນບໍ່ມີວັນລຶບລ້າງໄດ້ກັບດາວິດ ໂດຍໄດ້ມອບໃຫ້ເພິ່ນກັບເຊື້ອສາຍຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນຕະຫລອດໄປ?
ຈົນເຖິງກຳນົດ ເປັນເງິນຈຳນວນປະມານ ສາມພັນສີ່ຮ້ອຍ ກິໂລກຼາມ, ເຂົ້າເດືອຍ ສິບພັນ ກິໂລກຼາມ, ເຫຼົ້າອະງຸ່ນ ສອງພັນ ລິດ, ນໍ້າມັນໝາກກອກເທດ ສອງພັນ ລິດ ແລະເກືອໃຫ້ເອົາຕາມທີ່ຕ້ອງການ.
ຈົ່ງໃຊ້ສິ່ງເຫຼົ່ານີ້ປຸງເປັນເຄື່ອງຫອມ ແລະປະສົມກັນເໝືອນດັ່ງປຸງນໍ້າຫອມ. ຈົ່ງຕື່ມເກືອໃສ່ເພື່ອຮັກສາໃຫ້ເຄື່ອງຫອມນັ້ນບໍຣິສຸດແລະສັກສິດ.
ສັດທັງສອງນັ້ນຕ້ອງໃຫ້ມີສຸຂະພາບດີແລະບໍ່ມີຕຳໜິ. ບັນດາປະໂຣຫິດຈະໂຮຍເກືອໃສ່ມັນ ແລະເຜົາເປັນເຄື່ອງບູຊາຖວາຍຕໍ່ໜ້າພຣະເຈົ້າຢາເວ.
ເຄື່ອງຖວາຍພິເສດທັງໝົດເປັນບໍຣິສຸດທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ເປັນຂອງເຈົ້າແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ ແມ່ນພັນທະສັນຍາຂອງເກືອອັນປ່ຽນແປງບໍ່ໄດ້ຕໍ່ໜ້າພຣະເຈົ້າຢາເວສຳລັບເຈົ້າແລະເຊື້ອສາຍຂອງເຈົ້າ.”
“ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດໂລກ, ແຕ່ຖ້າເກືອໝົດຣົດເຄັມແລ້ວຈະເຮັດໃຫ້ເຄັມຄືນໄດ້ອີກຢ່າງໃດ? ມັນບໍ່ມີຄ່າເສຍແລ້ວ. ດັ່ງນັ້ນ ຈຶ່ງມີແຕ່ໂຍນຖິ້ມໃຫ້ຄົນຢຽບຢໍ່າເທົ່ານັ້ນ.”
ຈົ່ງໃຫ້ວາຈາຂອງເຈົ້າທັງຫລາຍ ປະກອບດ້ວຍເມດຕາຄຸນຢູ່ສະເໝີ ປະສົມດ້ວຍເກືອ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວິທີຕອບທີ່ຖືກໃຈແກ່ທຸກຄົນ.