11 ພືດຜົນເປັນເມັດໃດໆຊຶ່ງນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າຖວາຍອາຫານໃດໆທີ່ມີເຊື້ອແປ້ງ ຫລືນໍ້າເຜິ້ງແກ່ພຣະເຈົ້າຢາເວເປັນເດັດຂາດ.
ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອພວກເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ໄຂມັນສັດທີ່ຂ້າຖວາຍແກ່ເຮົາໃນລະຫວ່າງເທດສະການສາມປາງນີ້ ບໍ່ໃຫ້ມີເຫຼືອຈົນຮອດຕອນເຊົ້າຂອງມື້ໃໝ່.
ແລ້ວຈົ່ງຮັບເອົາສິ່ງເຫຼົ່ານີ້ຈາກມືຂອງພວກເຂົານຳໄປເຜົາເທິງແທ່ນບູຊາ ຄືເຜົາເທິງເຄື່ອງຊຶ່ງໄດ້ເຜົາບູຊາແລ້ວ ທີ່ມີກິ່ນຫອມຫວນເປັນທີ່ພໍພຣະໄທຕໍ່ໜ້າພຣະເຈົ້າຢາເວ; ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.
ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ຢ່າຮັກສາຊີ້ນສັດສ່ວນໃດສ່ວນໜຶ່ງທີ່ຂ້າຖວາຍໃນເທດສະການປັດສະຄາ ໄວ້ຈົນຮອດຮຸ່ງເຊົ້າຂອງມື້ໃໝ່.
ລູກເອີຍ ຈົ່ງກິນນໍ້າເຜິ້ງເພາະມັນແຊບດີ ນໍ້າເຜິ້ງຈາກຮັງມີຣົດຫວານ
ຢ່າກິນນໍ້າເຜິ້ງເກີນຄວາມຕ້ອງການ ກິນຫລາຍເກີນໄປອາດເຮັດໃຫ້ເຈົ້າຮາກອອກ.
ກິນນໍ້າເຜິ້ງຫລາຍບໍ່ເປັນການດີສັນໃດ ຢາກໄດ້ຄຳຍ້ອງຍໍຫລາຍກໍບໍ່ເປັນການດີສັນນັ້ນ.
ຜູ້ທີ່ນຳສັດມາຖວາຍນັ້ນຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະປະໂຣຫິດກໍຈະນຳສ່ວນທັງໝົດມາຖວາຍເຜົາບູຊາທີ່ເທິງແທ່ນບູຊາ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ.
ພຣະເຢຊູເຈົ້າໄດ້ບອກເຕືອນພວກເພິ່ນວ່າ, “ຈົ່ງລະວັງ ສັງເກດໃຫ້ດີຕໍ່ເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.”
ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະຂອງເຮໂຣດໃຫ້ດີ.”
ໃນຂະນະນັ້ນ ປະຊາຊົນໄດ້ມາເຕົ້າໂຮມກັນເປັນໝື່ນໆ ຈົນຍ່າງບຽດກັນ ພຣະເຢຊູເຈົ້າຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍໃຫ້ດີ ຄືຄວາມໜ້າຊື່ໃຈຄົດຂອງພວກເຂົາ.
“ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງເຈົ້າທັງຫລາຍໜັກໄປໃນການກິນລ້ຽງ ແລະດື່ມເຫຼົ້າເມົາສຸຣາ ແລະໃນການວິຕົກກັງວົນເຖິງຊີວິດນີ້ ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ
ທ່ານທັງສອງໄດ້ໜູນໃຈລູກສິດທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອໂດຍກ່າວວ່າ, “ເຮົາທັງຫລາຍຕ້ອງຜ່ານຜ່າຄວາມທຸກລຳບາກຫລາຍປະການ ເພື່ອຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ.”
“ເຊື້ອແປ້ງພຽງແຕ່ນ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.”
ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກ ຕາມຄວາມປາຖະໜາຂອງມະນຸດ ແຕ່ດຳເນີນໄປຕາມນໍ້າພຣະໄທຂອງພຣະເຈົ້າ.