10 ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ມີຄົນເລວີຜູ້ໜຶ່ງຊື່ວ່າໂກເຣລູກຊາຍຂອງອີມນາ ທີ່ເປັນນາຍເຝົ້າຍາມປະຕູທາງດ້ານຕາເວັນອອກເປັນຜູ້ຮັບຜິດຊອບໃນການຮັບເຄື່ອງຖວາຍດ້ວຍເຕັມໃຈແກ່ພຣະເຈົ້າ ເພື່ອຈະແຈກຢາຍເຄື່ອງຖວາຍຂອງພຣະເຈົ້າຢາເວ ແລະສິ່ງຂອງບໍຣິສຸດທີ່ສຸດທັງຫລາຍ.
ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອຸຣິມ ແລະທຸມມິມ.
ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນຈະເປັນອາຫານຂອງພວກປະໂຣຫິດ ແລະໃຫ້ພວກເຂົາຮັບເອົາທຸກໆສິ່ງໃນຊາດອິດສະຣາເອນ ທີ່ໄດ້ແຍກໄວ້ຕ່າງຫາກສຳລັບເຮົາ.
ແລະໄດ້ກ່າວວ່າ, “ນີ້ແມ່ນບ່ອນໃຫ້ພວກປະໂຣຫິດຕົ້ມຊີ້ນ ທີ່ໄດ້ຖວາຍເປັນເຄື່ອງບູຊາເພື່ອລຶບລ້າງບາບ ຫລືເຄື່ອງຖວາຍໃນການຊົດໃຊ້ຄືນ ແລະປີ້ງເຄື່ອງຖວາຍທີ່ເຮັດຈາກແປ້ງເຂົ້າ ເພື່ອວ່າບໍ່ໃຫ້ສິ່ງສັກສິດໃດໆຖືກນຳອອກໄປທີ່ເດີ່ນຂ້າງນອກ ຊຶ່ງປະຊາຊົນອາດຈະໄດ້ຮັບອັນຕະລາຍ.”
ໂມເຊໄດ້ກ່າວແກ່ອາໂຣນແລະເອເລອາຊາແລະອີທາມາ ລູກຊາຍສອງຄົນຂອງລາວວ່າ, “ຈົ່ງເອົາພືດຜົນເປັນເມັດທີ່ເຫຼືອຈາກການຖວາຍແກ່ພຣະເຈົ້າຢາເວນັ້ນ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະກິນທີ່ຂ້າງແທ່ນບູຊາເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ.
ເພິ່ນຈະຂ້າປາດຄໍແກະເຖິກ ຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍຊົດໃຊ້ແທນຄືນ ແລະລຶບລ້າງບາບ ເປັນຂອງປະໂຣຫິດແລະເປັນເຄື່ອງບໍຣິສຸດທີ່ສຸດ.
ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ;
ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. ສ່ວນແປ້ງເຂົ້າທີ່ເຫຼືອຈະເປັນຂອງປະໂຣຫິດ ເໝືອນກັນກັບກໍລະນີຖວາຍພືດຜົນເປັນເມັດ.
ພວກປະໂຣຫິດຈະກິນຂອງທີ່ເຫຼືອນັ້ນກໍໄດ້,
ຢ່າໄດ້ກິນພືດຜົນເປັນເມັດສ່ວນໃດສ່ວນໜຶ່ງ ທີ່ປະໂຣຫິດໄດ້ເຮັດຖວາຍນັ້ນ; ໃຫ້ເຜົາສິ່ງເຫຼົ່ານັ້ນທັງໝົດ.
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ.
ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ.
ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ.
ຈາກເຜົ່າທັງໝົດໃນຊາດອິດສະຣາເອນ ເຮົາໄດ້ເລືອກເອົາຄອບຄົວຂອງລາວໃຫ້ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ເຮົາທີ່ແທ່ນບູຊາ ເພື່ອເຜົາເຄື່ອງຫອມແລະເພື່ອຖືເອໂຟດ ມາປຶກສາຫາລືກັບເຮົາ. ເຮົາໃຫ້ພວກເຂົາມີສິດຮັບເອົາສ່ວນແບ່ງຂອງເຄື່ອງບູຊາ ທີ່ເຜົາຢູ່ເທິງແທ່ນບູຊາ.