ລະບຽບ^ພວກເລວີ 2:1 - ພຣະຄຳພີສັກສິ1 ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ Uka jalj uñjjattʼäta |
ພວກເຂົາຈະນຳພວກພີ່ນ້ອງຮ່ວມຊາດຂອງພວກເຈົ້າ ກັບຄືນມາຈາກຊົນຊາດຕ່າງໆເພື່ອເປັນຂອງຂວັນໃຫ້ແກ່ພຣະເຈົ້າຢາເວ. ພວກເຂົາຈະນຳພີ່ນ້ອງຮ່ວມຊາດຂອງພວກເຈົ້າທັງໝົດ ມາສູ່ເນີນພູສັກສິດຂອງເຮົາ ໃນນະຄອນເຢຣູຊາເລັມ ໂດຍໃຊ້ມ້າ, ລໍ, ອູດ, ລໍ້ ແລະກວຽນ. ພຣະເຈົ້າຢາເວກ່າວວ່າ, ດັ່ງຊາວອິດສະຣາເອນນຳພືດຜົນເປັນເມັດໃສ່ພາຊະນະທີ່ຊຳລະໃຫ້ໝົດມົນທິນແລ້ວ ມາທີ່ພຣະວິຫານຂອງພຣະເຈົ້າຢາເວ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ຝ່າຍເຈົ້າທັງຫລາຍ ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດສອນອີກ, ເພາະການຊົງຫົດສົງຂອງພຣະອົງ ກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງ ບໍ່ແມ່ນຄວາມຕົວະ. ການຊົງຫົດສົງໄດ້ຊົງສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງຢ່າງນັ້ນ.