9 ເມື່ອພວກເຈົ້າເກັບກ່ຽວເຂົ້າໃນໄຮ່ນາ ຢ່າກ່ຽວຕາມແຄມນາ ແລະຢ່າຄືນມາກ່ຽວເຂົ້າທີ່ເຫຼືອຢູ່.
ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຜູ້ໃດຜູ້ໜຶ່ງທີ່ກິນຊີ້ນນັ້ນ ຈະມີຄວາມຜິດເພາະເຂົາໄດ້ເຮັດໃຫ້ສິ່ງຖວາຍແກ່ພຣະເຈົ້າຢາເວເປັນມົນທິນ ແລະເຮົາຈະບໍ່ຖືຄົນນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ເມື່ອພວກເຈົ້າເກັບກ່ຽວເຂົ້າໃນນາ ຢ່າກ່ຽວຕາມແຄມນາ ແລະຢ່າກັບຄືນມາເລັມເຂົ້າທີ່ຍັງເຫລືອຢູ່ນັ້ນ, ແຕ່ຈົ່ງປະໄວ້ໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ຜູ້ໃດທີ່ກິນສິ່ງໜຶ່ງສິ່ງໃດໃນວັນນີ້ ຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
ຫລັງຈາກນາງຣຸດອອກໄປເກັບເອົາຮວງເຂົ້າແລ້ວ ໂບອາດກໍສັ່ງພວກຄົນງານວ່າ, “ຈົ່ງອະນຸຍາດໃຫ້ນາງເກັບເອົາຮວງເຂົ້າຕາມບ່ອນທີ່ວາງມັດເຂົ້າໄວ້ໄດ້ ແລະຢ່າເວົ້າຫຍັງໃຫ້ນາງເດີ. ນອກຈາກນີ້ ໃຫ້ພວກເຈົ້າດຶງເອົາຮວງເຂົ້າອອກຈາກມັດ ແລະປະໄວ້ໃຫ້ນາງເກັບເອົາ.”
ຢູ່ມາມື້ໜຶ່ງ ນາງຣຸດຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, “ຂໍໃຫ້ລູກໄປເກັບເອົາເຂົ້າ ຊຶ່ງພວກກ່ຽວເຂົ້າເຮັດຕົກຢູ່ຕາມທົ່ງນາເຖີດ. ລູກເຊື່ອແນ່ວ່າ ຄົງຈະມີບາງຄົນອະນຸຍາດໃຫ້ລູກເກັບເອົາໄດ້.” ນາງນາໂອມີຈຶ່ງຕອບວ່າ, “ຈົ່ງໄປເຖີດ ລູກເອີຍ.”
ແລ້ວໂບອາດກໍເວົ້າກັບນາງຣຸດວ່າ, “ຂ້ອຍຂໍແນະນຳເຈົ້າບາງຢ່າງ. ຢ່າສູ່ໄປເກັບເອົາຮວງເຂົ້າຢູ່ບ່ອນອື່ນ ໃຫ້ເຈົ້າເຮັດວຽກກັບພວກຜູ້ຍິງຢູ່ທີ່ນີ້.