Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:7 - ພຣະຄຳພີສັກສິ

7 ເພາະ​ແມ່ນ​ຊີ້ນ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ຊີ້ນ​ນັ້ນ ເຮົາ​ຈະ​ບໍ່​ຮັບ​ເຄື່ອງ​ຖວາຍ​ຂອງ​ຜູ້ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:7
9 Jak'a apnaqawi uñst'ayäwi  

ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.


ໃນ​ຕອນ​ກາງຄືນ ພວກເຂົາ​ໄປ​ໃນ​ຖໍ້າ ແລະ​ຂຸມຝັງສົບ ເພື່ອ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ປຶກສາ. ພວກເຂົາ​ກິນ​ຊີ້ນໝູ ແລະ​ຊົດ​ນໍ້າ​ຕົ້ມ​ຂອງ​ຊີ້ນໝູ ທີ່​ໄດ້​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ.


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”


ຊີ້ນ​ສັດ​ນັ້ນ​ໃຫ້​ກິນ​ໝົດ​ໃນ​ມື້​ທີ່​ຂ້າ​ສັດ ຫລື​ໃນ​ມື້​ຕໍ່ມາ. ຊີ້ນ​ທີ່​ເຫຼືອ​ໃນ​ມື້​ທີ​ສາມ​ໃຫ້​ເຜົາ​ໄຟ​ຖິ້ມ


ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ຊີ້ນ​ນັ້ນ ຈະ​ມີ​ຄວາມຜິດ​ເພາະ​ເຂົາ​ໄດ້​ເຮັດ​ໃຫ້​ສິ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ເຮົາ​ຈະ​ບໍ່​ຖື​ຄົນ​ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ສ່ວນ​ການ​ຖວາຍ​ຕາມໃຈ​ສັດທາ​ນັ້ນ ພວກເຈົ້າ​ຖວາຍ​ສັດ​ທີ່​ເປັນ​ໝັນ ຫລື​ຕົນ​ໂຕ​ທີ່​ບໍ່​ສົມບູນ​ໄດ້, ແຕ່​ສຳລັບ​ການ​ຖວາຍ​ເພື່ອ​ແກ້​ບະບົນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້.


ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka