Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:4 - ພຣະຄຳພີສັກສິ

4 ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:4
19 Jak'a apnaqawi uñst'ayäwi  

ສ່ວນ​ເຈົ້າ​ນັ້ນ ເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ​ພວກ​ທີ່​ປົກຄອງ​ເມືອງ​ມາ​ກ່ອນ. ເຈົ້າ​ໄດ້​ປະຕິເສດ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ສ້າງ​ຮູບເຄົາຣົບ ແລະ​ຫລໍ່​ຮູບ​ພະຕ່າງໆ​ເພື່ອ​ຂາບໄຫວ້.


ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ ເປັນ​ພະ​ຈອມປອມ​ທັງໝົດ ແຕ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ ເປັນ​ຜູ້​ສ້າງ​ຈັກກະວານ.


ຄື​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ສ້າງ​ຮູບ​ພະບາອານ​ເປັນ​ໂລຫະ​ຂຶ້ນ,


ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ​ເປັນ​ພຽງແຕ່​ຮູບເຄົາຣົບ ສ່ວນ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ.


ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.


ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.


ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ຈົ່ງ​ປະຕິບັດ​ຕາມ​ລະບຽບການ​ທີ່​ເຮົາ​ໄດ້​ມອບ​ໃຫ້; ແລ້ວ​ເຮົາ​ກໍ​ຈະ​ຮັບ​ການ​ຖວາຍ​ນັ້ນ.


“ຢ່າ​ສ້າງ​ຮູບເຄົາຣົບ ຫລື​ຕັ້ງ​ຮູບ​ຫລໍ່​ຮູບປັ້ນ, ເສົາ​ຫີນ ຫລື​ເສົາ​ຫີນ​ທີ່​ແກະສະຫລັກ​ເປັນ​ລວດລາຍ ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ເພື່ອ​ຂາບໄຫວ້​ມັນ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ມື້ນີ້ ແມ່ນ​ວັນ​ທີ​ຊາວສີ່ ເດືອນ​ເກົ້າ ຄື​ມື້​ທີ່​ວາງ​ຮາກຖານ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ. ຈົ່ງ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່​ນີ້​ຕໍ່ໄປ.


ເພາະສະນັ້ນ ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເວັ້ນ​ຈາກ​ການ​ຂາບໄຫວ້​ຮູບເຄົາຣົບ​ທັງ​ສິ້ນ.


‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່​ເຮັດ​ບາບ ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ສຳລັບ​ພວກເຈົ້າ​ເອງ ບໍ່​ວ່າ​ຈະ​ເປັນ​ຮູບ​ພະ​ຊາຍ​ຫລື​ພະ​ຍິງ


ຈົ່ງ​ຈູດ​ຮູບເຄົາຣົບ​ຂອງ​ພວກເຂົາ​ຖິ້ມ. ຢ່າ​ຄິດ​ຢາກ​ໄດ້​ເງິນ​ຫລື​ຄຳ​ທີ່​ໃຊ້​ໂອບ​ຮູບ​ເຫຼົ່ານັ້ນ ແລະ​ຢ່າ​ເອົາ​ມັນ​ມາ​ເປັນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ ມັນ​ກໍ​ຈະ​ເປັນ​ອັນຕະລາຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.


ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka