Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:3 - ພຣະຄຳພີສັກສິ

3 ເຈົ້າ​ແຕ່ລະຄົນ​ຕ້ອງ​ນັບຖື​ພໍ່​ແມ່​ຂອງ​ຕົນ ແລະ​ຢຶດຖື​ວັນ​ຊະບາໂຕ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:3
31 Jak'a apnaqawi uñst'ayäwi  

ແລ້ວ​ໂຢເຊັບ​ກໍ​ເອົາ​ເຂົາ​ທັງສອງ​ອອກ​ຈາກ​ຕັກ​ຂອງ​ຢາໂຄບ ແລະ​ພາ​ພວກເຂົາ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ.


ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ​ໄດ້​ປະທານ​ວັນ​ຊະບາໂຕ​ນີ້​ໃຫ້​ແກ່​ພວກເຈົ້າ; ດ້ວຍເຫດນີ້ ໃນ​ມື້​ທີ​ຫົກ​ເຮົາ​ຈຶ່ງ​ໃຫ້​ອາຫານ​ແກ່​ພວກເຈົ້າ​ພໍ​ກິນ​ສຳລັບ​ກຸ້ມ​ສອງ​ວັນ. ແຕ່​ໃນ​ວັນ​ຊະບາໂຕ ທຸກຄົນ​ຈະ​ຕ້ອງ​ຢູ່​ກັບ​ທີ່ ແລະ​ຢ່າ​ໃຫ້​ຜູ້ໃດ​ອອກ​ຈາກ​ເຮືອນ​ຂອງຕົນ.”


ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.


ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ.


ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພໍ່​ແມ່​ບອກສອນ.


ຈົ່ງ​ຟັງ​ຄວາມ​ພໍ່​ຂອງເຈົ້າ ຖ້າ​ບໍ່ມີ​ເພິ່ນ​ເຈົ້າ​ກໍ​ບໍ່ມີ​ຊີວິດ ເມື່ອ​ແມ່​ຂອງ​ເຈົ້າ​ເຖົ້າແກ່ ຈົ່ງ​ຮູ້ຈັກ​ບຸນຄຸນ​ຂອງເພິ່ນ.


ຜູ້​ທີ່​ດ່າ​ພໍ່​ແລະ​ບໍ່​ຊົມເຊີຍ​ແມ່​ຂອງຕົນ ຄົນ​ຢ່າງນີ້​ກໍມີ.


ຜູ້​ທີ່​ເຍາະເຍີ້ຍ​ພໍ່ ຫລື​ຊັງ​ແມ່​ຂອງຕົນ​ທີ່​ເຖົ້າແກ່​ແລ້ວ ຈະ​ຖືກ​ຝູງ​ແຮ້ງ ຫລື​ຝູງ​ກາ​ເຈາະ​ແກ່ນຕາ​ແລະ​ກັດກິນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ຢຶດຖື​ວັນ​ຊະບາໂຕ ແລະ​ບໍ່​ເຫັນແກ່ຕົວ​ໃນ​ວັນ​ສັກສິດ​ຂອງ​ເຮົາ; ຖ້າ​ເຈົ້າ​ນັບຖື​ແລະ​ໃຫ້ກຽດ​ວັນ​ນັ້ນ​ໂດຍ​ບໍ່​ທ່ອງທ່ຽວ​ໄປມາ, ບໍ່​ເຮັດ​ການ ຫລື​ເວົ້າ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ໃນ​ວັນ​ສັກສິດ​ຂອງ​ພຣະເຈົ້າຢາເວ


ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.


ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ຢຶດຖື​ວັນ​ຊະບາໂຕ ແລະ​ຈົ່ງ​ເຄົາຣົບ​ນັບຖື​ບ່ອນ​ທີ່​ຄົນ​ນະມັດສະການ​ເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຢ່າ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ກໍ​ເປັນມົນທິນ​ຕາມ​ກົດບັນຍັດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ.


ຈົ່ງ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ພັກຜ່ອນ ແລະ​ຈົ່ງ​ໃຫ້ກຽດ​ວິຫານ​ບ່ອນ​ທີ່​ມະນຸດ​ນະມັດສະການ​ເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນ​ສຸກ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.


ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka