Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:25 - ພຣະຄຳພີສັກສິ

25 ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:25
13 Jak'a apnaqawi uñst'ayäwi  

ຢ່າ​ຄືນ​ໄປ​ໃນ​ສວນ​ເກັບເລັມ​ເອົາ​ພົ້ວ​ອະງຸ່ນ​ທີ່​ລືມ​ເກັບ ຫລື​ໝາກອະງຸ່ນ​ທີ່​ຕົກ​ເທິງ​ໜ້າ​ດິນ; ຈົ່ງ​ປະ​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ໃນ​ປີ​ທີ​ສີ່ ໝາກໄມ້​ທຸກ​ໜ່ວຍ​ຈະ​ຕ້ອງ​ຖືກ​ນຳ​ມາ​ຖວາຍ​ແກ່​ເຮົາ​ຕາມ​ພິທີ ເພື່ອ​ສະແດງ​ເຖິງ​ການ​ຮູ້​ພຣະຄຸນ​ຕໍ່​ພຣະເຈົ້າຢາເວ


ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ. ຢ່າ​ຝຶກ​ເວດມົນ​ຄາຖາ​ຊະນິດ​ໃດໆ​ທັງ​ສິ້ນ.


ເຈົ້າ​ແຕ່ລະຄົນ​ຕ້ອງ​ນັບຖື​ພໍ່​ແມ່​ຂອງ​ຕົນ ແລະ​ຢຶດຖື​ວັນ​ຊະບາໂຕ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka