23 ເມື່ອພວກເຈົ້າເຂົ້າໄປຢູ່ໃນດິນແດນການາອານ ແລະປູກຕົ້ນໄມ້ຊະນິດກິນໝາກ ຈົ່ງລະນຶກວ່າໃນເວລາສາມປີທຳອິດໝາກໄມ້ໃນຕົ້ນນັ້ນເປັນມົນທິນ. ໃນໄລຍະເວລານັ້ນ ພວກເຈົ້າຢ່າສູ່ກິນ.
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.”
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?”
ຂ້າພະເຈົ້າຈຶ່ງຕອບວ່າ, “ຜູ້ໃດແດ່ຈະຟັງຂ້ານ້ອຍ ຖ້າຂ້ານ້ອຍບອກ ແລະເຕືອນພວກເຂົາ? ພວກເຂົາດື້ດ້ານ ແລະບໍ່ຍອມຟັງຖ້ອຍຄຳຂອງພຣະເຈົ້າຢາເວ; ພວກເຂົາຫົວເລາະໃສ່ສິ່ງທີ່ພຣະອົງບອກໃຫ້ຂ້ານ້ອຍກ່າວ.
ໃນມື້ທີແປດ ເດັກນ້ອຍຜູ້ນີ້ຈະຕ້ອງຮັບພິທີຕັດ.
ລະບຽບການນີ້ແມ່ນກ່ຽວກັບເຮືອນທີ່ມີຂີ້ເຮື້ອນແຜ່ລາມອອກໄປ. (ລະບຽບການເຫຼົ່ານີ້ແມ່ນໄດ້ນຳມາໃຊ້ ຫລັງຈາກທີ່ປະຊາຊົນອິດສະຣາເອນ ໄດ້ເຂົ້າໄປອາໄສຢູ່ໃນດິນແດນການາອານ ທີ່ໄດ້ມອບໃຫ້ແກ່ພວກເຂົາເປັນກຳມະສິດ.)
ແລະໂດຍແກະນັ້ນ ປະໂຣຫິດຈະເຮັດພິທີຊຳລະຕໍ່ໜ້າພຣະເຈົ້າຢາເວ ເພື່ອລຶບລ້າງບາບໂທດຂອງຜູ້ນັ້ນ ແລະບາບທີ່ຜູ້ນັ້ນໄດ້ເຮັດກໍຈະໄດ້ຮັບການຍົກໂທດໃຫ້.
ໃນປີທີສີ່ ໝາກໄມ້ທຸກໜ່ວຍຈະຕ້ອງຖືກນຳມາຖວາຍແກ່ເຮົາຕາມພິທີ ເພື່ອສະແດງເຖິງການຮູ້ພຣະຄຸນຕໍ່ພຣະເຈົ້າຢາເວ
ຢ່າກິນພືດຜົນເປັນເມັດຊຶ່ງເກັບກ່ຽວໃໝ່ໃດໆທັງສິ້ນ ບໍ່ວ່າກິນດິບ ຫລືປີ້ງ ຫລືອົບເປັນເຂົ້າຈີ່; ຈົນກວ່າພວກເຈົ້າໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຂອງພວກເຈົ້າແລ້ວ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.