Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:22 - ພຣະຄຳພີສັກສິ

22 ແລະ​ໂດຍ​ແກະ​ນັ້ນ ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ລຶບລ້າງ​ບາບ​ໂທດ​ຂອງ​ຜູ້ນັ້ນ ແລະ​ບາບ​ທີ່​ຜູ້ນັ້ນ​ໄດ້​ເຮັດ​ກໍ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໃຫ້.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:22
7 Jak'a apnaqawi uñst'ayäwi  

ສ່ວນ​ຝ່າຍ​ຊາຍ​ຈະ​ຕ້ອງ​ນຳ​ແກະເຖິກ​ໂຕໜຶ່ງ ມາ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ຊົດໃຊ້​ແທນຄືນ


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ການາອານ ແລະ​ປູກ​ຕົ້ນໄມ້​ຊະນິດ​ກິນ​ໝາກ ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ສາມ​ປີ​ທຳອິດ​ໝາກໄມ້​ໃນ​ຕົ້ນ​ນັ້ນ​ເປັນ​ມົນທິນ. ໃນ​ໄລຍະ​ເວລາ​ນັ້ນ ພວກເຈົ້າ​ຢ່າ​ສູ່​ກິນ.


ເພິ່ນ​ຈະ​ເຮັດ​ຢ່າງ​ດຽວກັນ​ກັບ​ງົວ ທີ່​ຖວາຍ​ເພື່ອ​ລຶບລ້າງ​ບາບ​ຂອງຕົນ ແລະ​ໂດຍ​ພິທີ​ນີ້ ເພິ່ນ​ຈະ​ຕ້ອງ​ຖວາຍບູຊາ​ລຶບລ້າງ​ບາບ​ແກ່​ປະຊາຊົນ ແລະ​ປະຊາຊົນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ ໃຫ້​ກິ່ນ​ຫອມຫວນ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ປາດ​ເອົາ​ໄຂມັນ​ທັງໝົດ​ຂອງ​ສັດ​ໂຕ​ນັ້ນ​ອອກ ດັ່ງ​ປາດ​ເອົາ​ໄຂມັນ​ຂອງ​ແກະ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ປະໂຣຫິດ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ​ນັ້ນ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ ເປັນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ລຶບລ້າງ​ບາບ​ຂອງ​ຜູ້ນັ້ນ ແລະ​ລາວ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ບໍ່​ສາມາດ​ຖວາຍ​ແກະ​ຫລື​ແບ້​ໂຕໜຶ່ງ​ໄດ້ ຕ້ອງ​ໃຫ້​ລາວ​ນຳ​ນົກ​ກາງແກ​ຫລື​ນົກເຂົາ​ສອງ​ໂຕ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຄ່າ​ຊົດໃຊ້​ບາບ​ຂອງຕົນ​ຄື: ໂຕໜຶ່ງ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ອີກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka