19 ຈົ່ງຍອມຟັງຂໍ້ຄຳສັ່ງຂອງເຮົາ. ຢ່າປະສົມພັນສັດປະເພດຕ່າງກັນ. ຢ່າຫວ່ານແນວປູກສອງຊະນິດໃສ່ນາໄຮ່ດຽວກັນ. ຢ່ານຸ່ງເຄື່ອງເຮັດດ້ວຍຜ້າສອງຊະນິດປົນກັນ.
ຊີເບໂອນມີລູກຊາຍສອງຄົນດັ່ງນີ້: ອາອີຢາແລະອານາ. (ອານາແມ່ນຜູ້ພົບບໍ່ນໍ້າຮ້ອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເມື່ອເວລາກຳລັງລ້ຽງຝູງລໍພໍ່ຂອງຕົນຢູ່.)
ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງປະຕິບັດຕາມຄຳແນະນຳຂອງອັບຊາໂລມ ແລະຂ້າອຳໂນນເສຍ. ສ່ວນພວກລູກຊາຍຄົນອື່ນໆຂອງກະສັດດາວິດກໍຂຶ້ນຂີ່ລໍແລະປົບໜີໄປ.
ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກຳລັງຂີ່ລໍແລະໃນຂະນະທີ່ລໍພວມແລ່ນຜ່ານເຂົ້າໄປໃນຕົ້ນໂອກ ຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປແລະປ່ອຍໃຫ້ອັບຊາໂລມແຂວນຢູ່ກາງອາກາດ.
ແລະກະສັດກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາພວກຂ້າຣາຊການປະຈຳວັງໄປກັບພວກເຈົ້າ ໃຫ້ໂຊໂລໂມນລູກຊາຍຂອງເຮົາຂີ່ລໍຂອງເຮົາ ແລ້ວແຫ່ລາວລົງໄປທີ່ບໍ່ນໍ້າກີໂຮນ
ມ້າ - 736 ໂຕ; ລໍ - 245 ໂຕ
ຈົ່ງເຊື່ອຟັງກົດບັນຍັດຂອງເຮົາ ແລະເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ເທົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະຄຳສັ່ງທຸກຂໍ້ຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.”
ຈົ່ງເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ເພາະເຮົາແມ່ນພຣະເຈົ້າຢາເວ ຜູ້ເຮັດໃຫ້ພວກເຈົ້າບໍຣິສຸດ.
ຈົ່ງເຊື່ອຟັງແລະປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ຝ່າຍເຮົາແມ່ນພຣະເຈົ້າຢາເວ.
“ຈົ່ງເຊື່ອຟັງກົດບັນຍັດທຸກໆບົດຂອງເຮົາ ແລະຈົ່ງຖືຮັກສາຄຳສັ່ງທຸກໆຂໍ້ຂອງເຮົາ ເພື່ອວ່າພວກເຈົ້າຈະຢູ່ໃນດິນແດນໄດ້ຢ່າງປອດໄພ.
ແລ້ວພຣະອົງຍັງໄດ້ກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ, “ບໍ່ມີຜູ້ໃດດອກ ທີ່ຈີກເສື້ອຜ້າໃໝ່ ເພື່ອໃຊ້ຕາບເສື້ອຜ້າເກົ່າ ຖ້າເຮັດດັ່ງນັ້ນ ກໍຈະເຮັດໃຫ້ເສື້ອຜ້າໃໝ່ຂາດເສຍໄປ ແລະຜ້າຕ່ອນໃໝ່ກໍຈະບໍ່ສົມກັບເສື້ອເກົ່າ.
ແຕ່ຖ້າເປັນທາງພຣະຄຸນ ກໍບໍ່ແມ່ນທາງການປະຕິບັດ ຫລືຖ້າເປັນທາງການປະຕິບັດແລ້ວ ພຣະຄຸນນັ້ນກໍບໍ່ແມ່ນພຣະຄຸນອີກຕໍ່ໄປ.
ແລ້ວໂມເຊກໍໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງສອນພວກເຈົ້າ ແລະພວກເຈົ້າຈະມີຊີວິດ ແລະຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້າ.
ຂ້າພະເຈົ້າໄດ້ສັ່ງສອນກົດບັນຍັດທຸກຂໍ້ແກ່ພວກເຈົ້າ ຕາມທີ່ພຣະເຈົ້າຢາເວພຣະເຈົ້າຂອງຂ້າພະເຈົ້າໄດ້ບອກ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ຢູ່ໃນດິນແດນ ທີ່ພວກເຈົ້າກຳລັງຈະບຸກຮຸກເຂົ້າໄປຢຶດຄອງ.