18 ຢ່າແກ້ແຄ້ນຫລືຜູກພະຍາບາດກັບຜູ້ໃດຜູ້ໜຶ່ງ ແຕ່ຈົ່ງຮັກເພື່ອນມະນຸດເໝືອນຮັກຕົນເອງ. ເຮົາແມ່ນພຣະເຈົ້າຢາເວ.
ສ່ວນລາເມັກນັ້ນ ລາວມັກເວົ້າອວດເມຍທັງສອງຂອງຕົນຢູ່ສະເໝີວ່າ, “ອາດາແລະຊິນລາ ຈົ່ງຟັງໃຫ້ດີ ໃນສິ່ງທີ່ອ້າຍເລົ່າ ອ້າຍໄດ້ຕີຊາຍໜຸ່ມຜູ້ໜຶ່ງໃຫ້ຕາຍ ເພາະລາວໄດ້ຕີອ້າຍໃຫ້ຊໍ້າບວມ.
ສ່ວນອັບຊາໂລມກໍກຽດຊັງອຳໂນນຫລາຍທີ່ສຸດ ຈົນລາວບໍ່ຍອມເວົ້າຈາກັບອຳໂນນອີກຕໍ່ໄປ ຍ້ອນລາວໄດ້ຂົ່ມຂືນຕາມາ ນ້ອງສາວຂອງຕົນ.
ແລະອັບຊາໂລມໄດ້ແນະນຳຄົນຮັບໃຊ້ຂອງຕົນວ່າ, “ໃຫ້ພວກເຈົ້າສັງເກດເບິ່ງອຳໂນນ ຖ້າລາວດື່ມເຫຼົ້າເມົາຫລາຍແລ້ວ ເມື່ອຂ້ອຍອອກຄຳສັ່ງ ໃຫ້ພາກັນຂ້າລາວໂລດ. ພວກເຈົ້າບໍ່ຕ້ອງຢ້ານ. ຂ້ອຍຈະເປັນຜູ້ຮັບຜິດຊອບເອງ. ຈົ່ງກ້າຫານແລະຢ່າລັ່ງເລໃຈ.”
ພຣະອົງບໍ່ສືບຕໍ່ຕຳໜິຕິຕຽນສະເໝີໄປ ພຣະອົງບໍ່ໂກດຮ້າຍໄປຕະຫລອດ.
ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
ຢ່າສູ່ຕອບແທນຄວາມຊົ່ວດ້ວຍຕົນເອງ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວຜູ້ທີ່ຈະຈັດການແທນ.
ຈົ່ງເຮັດກັບພວກເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນຄົນອື່ນໆ ແລະຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ. ຈົ່ງຈຳໄວ້ວ່າ ພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນດິນແດນຂອງຊາວເອຢິບມາຄັ້ງໜຶ່ງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຄັ້ງໜຶ່ງ ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ເຂົາຖາມພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍຕ້ອງເຮັດຄວາມດີຢ່າງໃດແດ່ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
ຈົ່ງນັບຖືພໍ່ແມ່ຂອງຕົນ ແລະຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
ບັດນີ້ ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື: ຈົ່ງຮັກຊຶ່ງກັນແລະກັນ ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ.
ແຕ່ໂປໂລຮ້ອງຈົນສຸດສຽງວ່າ, “ຢ່າເຮັດຮ້າຍໃຫ້ຕົນເອງ ພວກເຮົາຍັງຢູ່ທີ່ນີ້ໝົດທຸກຄົນ.”
ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ໃດຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ.
ພວກທີ່ຮັກຂອງເຮົາເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າ ເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄຳພີຂອງອົງພຣະຜູ້ເປັນເຈົ້າວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”
ເພາະຜູ້ປົກຄອງນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດສຳລັບເຈົ້າ, ແຕ່ຖ້າເຈົ້າເຮັດການຊົ່ວ ເຈົ້າຈົ່ງຢ້ານເພິ່ນ ເພາະຜູ້ປົກຄອງນັ້ນ ບໍ່ໄດ້ຖືດາບໄວ້ລ້າໆ, ແຕ່ເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອດຳເນີນການຕັດສິນລົງໂທດແກ່ທຸກຄົນທີ່ເຮັດການຊົ່ວ.
ຂໍ້ກົດບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ,” ທັງຂໍ້ກົດບັນຍັດອື່ນໆ ກໍຮ່ວມຢູ່ໃນຂໍ້ດຽວກັນນີ້ຄື “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
ດ້ວຍວ່າ, ກົດບັນຍັດທັງໝົດກໍລວມເຂົ້າໃນຂໍ້ດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,
ສ່ວນໃຈຂົມຂື່ນ, ໃຈໂມໂຫໂທໂສ, ໃຈຄຽດຮ້າຍນັ້ນ ຢ່າສູ່ໃຫ້ຢູ່ໃກ້ພວກເຈົ້າ ການອຶກກະທຶກຜິດຖຽງກັນ ແລະການກ່າວສຽດສີກັນກໍຢ່າໃຫ້ມີ ຈົ່ງຫລີກເວັ້ນຈາກການປອງຮ້າຍທຸກຮູບແບບ.
ເສິກສົງຄາມຈະເຮັດໃຫ້ ຄົນຕາຍຕາມທາງຍ່າງ; ຄວາມຢ້ານໃຫຍ່ຈະຍ່າງຍ້າຍ ບຸກເຂົ້າສູ່ບ້ານເຮືອນ. ຊາຍໜຸ່ມຍິງສາວຈະສິ້ນຊີບ ລົ້ມຫາຍຕາຍຈາກໄປ; ແມ່ນແຕ່ເດັກອ່ອນນ້ອຍທັງຫລາຍ ແລະຜູ້ເຖົ້າກໍບໍ່ເຫຼືອດ້ວຍ.
ພຮະອົງຈະແກ້ແຄ້ນ ແລະລົງໂທດພວກເຂົາ; ມື້ເຄາະກຳໃກ້ເຂົ້າມາ ມື້ທີ່ພວກເຂົາຫຼົ້ມຈົມຈະມາຮອດ.
ແຕ່ບັດນີ້ ຈົ່ງກຳຈັດສິ່ງເຫຼົ່ານັ້ນທັງໝົດຖິ້ມເສຍ ເຊັ່ນວ່າ: ຄວາມຄຽດຮ້າຍ, ຄວາມຂັດເຄືອງໃຈແລະການຄິດປອງຮ້າຍ, ຄຳສຽດສີແລະຄຳຊົ່ວຊ້າລາມົກ ຢ່າໃຫ້ອອກຈາກປາກຂອງພວກເຈົ້າຈັກເທື່ອ.
ເພາະພວກເຮົາໄດ້ຮູ້ຈັກພຣະອົງຜູ້ຊົງກ່າວວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ຝ່າຍເຮົາຈະຕອບແທນ.” ແລະໄດ້ຊົງກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະຊົງພິພາກສາພົນລະເມືອງຂອງພຣະອົງ.”
ຖ້າເຈົ້າທັງຫລາຍເຮັດຕາມພຣະຣາຊບັນຍັດໂດຍຄົບຖ້ວນຕາມພຣະຄຳພີ ຂໍ້ທີ່ວ່າ, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.” ພວກເຈົ້າກໍເຮັດຖືກຕ້ອງແລ້ວ.
ເຫດສະນັ້ນ ເຈົ້າທັງຫລາຍຈົ່ງລະຖິ້ມຄວາມຄິດຮ້າຍທັງປວງ ກົນອຸບາຍທຸກຢ່າງ ການໜ້າຊື່ໃຈຄົດ ຄວາມອິດສາ ແລະຄຳເວົ້ານິນທາທັງໝົດ.
ຂໍ້ຄຳສັ່ງທີ່ພຣະອົງໄດ້ມອບແກ່ພວກເຮົາມີດັ່ງນີ້: “ຜູ້ໃດທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເໝືອນກັນ.”