Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:16 - ພຣະຄຳພີສັກສິ

16 ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:16
24 Jak'a apnaqawi uñst'ayäwi  

ໃນ​ສຸພາສິດ​ອັນເກົ່າແກ່​ກ່າວ​ໄວ້​ວ່າ, ຄົນ​ທໍລະຍົດ​ໝູ່ເພື່ອນ​ເພາະ​ເຫັນ​ແກ່ເງິນ ແລະ​ລູກຫຼານ​ຂອງ​ພວກເຂົາ​ກໍ​ເກັບກ່ຽວ​ການ​ທົນທຸກ​ເພາະ​ເລື່ອງນີ້.


ຂ້ານ້ອຍ​ຈະ​ກຳຈັດ​ທຸກຄົນ​ທີ່​ຊຸບຊິບ​ເລື່ອງ​ບໍ່​ດີ ແລະ​ຈະ​ບໍ່​ໂຍະຍານ​ໃຫ້​ແກ່​ຄົນ​ອວດຕົວ​ຈອງຫອງ​ດ້ວຍ.


ແລະ​ເປັນ​ຜູ້​ທີ່​ບໍ່​ເວົ້າ​ໃຫ້​ຄົນອື່ນ​ເສຍຫາຍ ບໍ່​ເຮັດ​ຜິດ​ຕໍ່​ໝູ່ຄູ່​ແລະ​ບໍ່​ກ່າວຂວັນ​ນິນທາ​ເພື່ອນບ້ານ.


ເຈົ້າ​ພ້ອມ​ທີ່​ຈະ​ຫາ​ເລື່ອງ​ໃສ່​ພີ່ນ້ອງ​ຂອງຕົນ ແລະ​ເລັ່ງ​ຊອກ​ຈັບ​ຜິດ​ເຂົາເຈົ້າ.


ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.


ຢ່າ​ນຳ​ເອົາ​ເລື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່ໆ​ກັນ ແລະ​ຢ່າ​ຊ່ວຍ​ຄົນ​ຜິດ​ໂດຍ​ໃຫ້​ຄຳ​ພະຍານ​ບໍ່​ຈິງ.


ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.


ຜູ້​ທີ່​ອຳ​ຄວາມ​ກຽດຊັງ​ໄວ້ ກໍ​ເປັນ​ຄົນ​ຂີ້ຕົວະ ຜູ້​ທີ່​ຫາ​ເວົ້າຂວັນ​ຄົນ ກໍ​ເປັນ​ຄົນໂງ່ຈ້າ.


ບໍ່ມີ​ໃຜ​ຫ່ອນ​ໄຂ​ຄວາມລັບ​ກັບ​ຄົນ​ປາກບອນ, ແຕ່​ຄົນ​ທີ່​ໄວ້ໃຈ​ໄດ້​ກໍ​ເກັບກຳ​ຄວາມລັບ​ໄວ້​ໄດ້.


ຄົນ​ປາກ​ບອນ​ບໍ່​ຫ່ອນ​ຮັກສາ​ຄວາມລັບ​ໄວ້​ໄດ້ ຈົ່ງ​ໜີ​ໃຫ້​ຫ່າງ​ຈາກ​ຄົນ​ທີ່​ເວົ້າຫລາຍ​ເກີນໄປ.


ພວກເຂົາ​ເປັນ​ຄົນ​ກະບົດ​ຢ່າງ​ດື້ດ້ານ ແຂງ​ດັ່ງ​ທອງສຳຣິດ​ແລະ​ເຫລັກກ້າ. ພວກເຂົາ​ທັງໝົດ​ເປັນ​ຄົນ​ສໍ້ໂກງ ແລະ​ທຽວ​ຊອກຫາ​ເວົ້າຂວັນ​ຄົນ.


ທຸກຄົນ​ຕ້ອງ​ເຝົ້າ​ຈ້ອງເບິ່ງ​ກັນ​ດ້ວຍ​ຄວາມສົງໄສ ແລະ​ບໍ່ມີ​ຜູ້ໃດ​ໄວ້ວາງໃຈ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໄດ້; ພວກເຂົາ​ທຸກຄົນ​ຫລອກລວງ ເກັ່ງ​ຄື​ຢາໂຄບ​ຫລອກລວງ ທຸກຄົນ​ຕ່າງ​ກໍ​ປະຫັດປະຫານ​ໝູ່ເພື່ອນ​ຂອງຕົນ​ຖິ້ມ.


ບາງຄົນ​ໃສ່​ຮ້າຍ​ຄົນອື່ນ​ເພື່ອ​ໃຫ້​ຖືກ​ປະຫານ. ບາງຄົນ​ກິນ​ເຄື່ອງ​ທີ່​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ຮູບເຄົາຣົບ​ແລ້ວ. ບາງຄົນ​ກໍ​ມີ​ແຕ່​ພໍໃຈ​ຢູ່​ກັບ​ຣາຄະ​ຕັນຫາ.


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຮັບ​ຈ້າງ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,


ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


ທ່ານ​ຄົງ​ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເມື່ອ​ຫວ່າງກີ້​ນີ້ເອງ​ຢູ່​ໃນ​ຖໍ້າ​ນັ້ນ ພຣະເຈົ້າຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ. ຄົນ​ຂອງ​ຂ້ານ້ອຍ​ບາງຄົນ​ບອກ​ໃຫ້​ຂ້ານ້ອຍ​ສັງຫານ​ທ່ານ​ເສຍ, ແຕ່​ຂ້ານ້ອຍ​ຮູ້ສຶກ​ອີດູ​ຕົນ​ທ່ານ​ຈຶ່ງ​ບອກ​ພວກເຂົາ​ວ່າ ຂ້ານ້ອຍ​ບໍ່ຄວນ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ ເພາະ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka