Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:15 - ພຣະຄຳພີສັກສິ

15 ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:15
20 Jak'a apnaqawi uñst'ayäwi  

ພວກເຈົ້າ​ກຳລັງ​ປົກປ້ອງ​ພຣະອົງ​ໄວ້​ຊັ້ນບໍ? ກຳລັງ​ຈະ​ໄປ​ສານ ໂຕ້​ຄະດີ​ແທນ​ພຣະອົງ​ຫລື​ນີ້?


ການ​ໂຕ້ຖຽງ​ນີ້ ຂ້ອຍ​ຈະ​ບໍ່​ເຂົ້າຂ້າງ​ອອກຂາ ຂ້ອຍ​ຈະ​ບໍ່​ປະຈົບ​ປະແຈງ​ຄົນ​ໃດໆ​ທັງ​ນັ້ນ.


ພຣະອົງ​ບໍ່ໄດ້​ເຂົ້າຂ້າງ​ພວກ​ນັກປົກຄອງ​ເລີຍ ທັງ​ບໍ່ເຄີຍ​ເຫັນດີ​ນຳ​ຄົນ​ຮັ່ງມີ​ດ້ວຍ ຄື​ຄົນ​ຮັ່ງມີ​ທີ່​ເອົາປຽບ​ຄົນຍາກຈົນ ເພາະ​ທຸກໆ​ຄົນ​ແມ່ນ​ພຣະອົງ​ໄດ້​ສ້າງ.


“ພວກທ່ານ​ຕ້ອງ​ຢຸດຕິ​ການຕັດສິນ​ອັນ​ບໍ່​ຍຸດຕິທຳ ແລະ​ຕ້ອງ​ເຊົາ​ເປັນ​ພັກພວກ​ຂອງ​ຄົນຊົ່ວຮ້າຍ


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ເຂົ້າຂ້າງ​ຄົນຜິດ​ແລະ​ບິດເບືອນ​ຄວາມ​ຍຸດຕິທຳ​ເປັນ​ການ​ບໍ່​ຖືກຕ້ອງ.


ຄົນມີ​ປັນຍາ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ດັ່ງນີ້: ບໍ່​ເປັນ​ການ​ດີ​ເລີຍ ທີ່​ຕັດສິນ​ເຂົ້າຂ້າງ​ອອກຂາ.


ຈົ່ງ​ເວົ້າ​ແທນ​ພວກເຂົາ​ແລະ​ເປັນ​ຜູ້ຕັດສິນ​ຢ່າງ​ຊອບທຳ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.”


ຢ່າ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ​ໂດຍ​ໃຊ້​ເຄື່ອງ​ວັດແທກ​ປອມ ເຊັ່ນ: ແທກ​ຄວາມ​ຍາວ, ຊັ່ງ​ນໍ້າໜັກ ຫລື​ນັບ​ຈຳນວນ.


ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”


ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”


ຢ່າ​ໄດ້​ເຂົ້າຂ້າງ​ອອກຂາ ຈົ່ງ​ຕັດສິນ​ແຕ່ລະຄົນ​ດ້ວຍ​ຫລັກເກນ​ຢ່າງ​ດຽວກັນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ໃຜ​ກໍຕາມ. ຢ່າ​ຢ້ານ​ຜູ້ໃດ​ຜູ້ໜຶ່ງ​ເລີຍ ເພາະ​ການ​ຕັດສິນ​ທີ່​ພວກເຈົ້າ​ເຮັດ​ລົງ​ໄປ​ນັ້ນ​ແມ່ນ​ມາ​ຈາກ​ພຣະເຈົ້າ. ຖ້າ​ພວກເຈົ້າ​ມີ​ຄະດີ​ໃດໆ ທີ່​ຍາກ​ເກີນ​ກວ່າ​ຈະ​ຕັດສິນ​ໄດ້ ໃຫ້​ນຳ​ຄະດີ​ນັ້ນ​ມາ​ແຈ້ງ​ຕໍ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຕັດສິນ​ເອງ.’


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ເໜືອ​ບັນດາ​ພະ​ທັງໝົດ ແລະ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ບັນດາ​ເຈົ້ານາຍ​ທັງປວງ, ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຊົງ​ຣິດອຳນາດ ແລະ​ເປັນ​ທີ່​ຢຳເກງ. ພຣະອົງ​ບໍ່​ເຫັນແກ່​ໜ້າ​ຜູ້ໃດ​ແລະ​ບໍ່​ເຫັນແກ່​ສິນຈ້າງ​ລາງວັນ​ໃດໆ.


ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka