Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:14 - ພຣະຄຳພີສັກສິ

14 ຢ່າ​ປ້ອຍດ່າ​ຄົນ​ຫູ​ໜວກ ຫລື​ເອົາ​ຂອງ​ຂວາງ​ທາງ​ຄົນ​ຕາບອດ​ເພື່ອ​ໃຫ້​ລາວ​ຕຳ​ສະດຸດ. ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:14
14 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ​ສາມ ໂຢເຊັບ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ພວກເຈົ້າ​ຈະ​ລອດຊີວິດ​ໄດ້ ຖ້າ​ພວກເຈົ້າ​ເຮັດ​ດັ່ງນີ້:


ຜູ້ປົກຄອງ​ທຸກຄົນ ທີ່​ມາ​ຮັບ​ໜ້າທີ່​ກ່ອນ​ຂ້າພະເຈົ້າ​ນັ້ນ ລ້ວນແຕ່​ວາງ​ພາລະ​ໜັກ​ໃຫ້​ແກ່​ປະຊາຊົນ ໂດຍ​ຮຽກຮ້ອງ​ເອົາ​ເງິນ​ສີ່ສິບ​ຫລຽນ​ຕໍ່​ວັນ ເປັນ​ຄ່າ​ອາຫານ​ແລະ​ຄ່າ​ເຫຼົ້າ​ອະງຸ່ນ. ແມ່ນແຕ່​ຄົນ​ຮັບໃຊ້​ຂອງ​ພວກເຂົາ​ກໍໄດ້​ບີບບີ້​ປະຊາຊົນ. ແຕ່​ຂ້າພະເຈົ້າ​ປະຕິບັດ​ແຕກຕ່າງ​ນັ້ນ ເພາະ​ຂ້າພະເຈົ້າ​ຢຳເກງ​ຢຳເກງ​ພຣະເຈົ້າ.


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


ຈົ່ງ​ສະແດງ​ຄວາມ​ເຄົາຣົບ​ນັບຖື​ແກ່​ຄົນ​ເຖົ້າແກ່​ຊະຣາ ແລະ​ໃຫ້ກຽດ​ແກ່​ເພິ່ນ. ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຢ່າ​ໄດ້​ສໍ້ໂກງ​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຈົ່ງ​ອວຍພອນ​ແກ່​ຄົນ​ທີ່​ຂົ່ມເຫັງ​ເຈົ້າ ຈົ່ງ​ອວຍພອນ​ຢ່າ​ປ້ອຍດ່າ.


ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ນຳ​ຄົນ​ຕາບອດ​ໄປ​ໃນ​ທາງ​ຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka