Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:13 - ພຣະຄຳພີສັກສິ

13 ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:13
29 Jak'a apnaqawi uñst'ayäwi  

ໃນ​ສຸພາສິດ​ອັນເກົ່າແກ່​ກ່າວ​ໄວ້​ວ່າ, ຄົນ​ທໍລະຍົດ​ໝູ່ເພື່ອນ​ເພາະ​ເຫັນ​ແກ່ເງິນ ແລະ​ລູກຫຼານ​ຂອງ​ພວກເຂົາ​ກໍ​ເກັບກ່ຽວ​ການ​ທົນທຸກ​ເພາະ​ເລື່ອງນີ້.


ຖ້າ​ຂ້ອຍ​ໄດ້​ກິນ​ອາຫານ​ທີ່​ໄດ້​ໃຫຍ່​ຂຶ້ນ​ມາ ແຕ່​ປ່ອຍ​ໃຫ້​ພວກ​ພໍ່ນາ​ຕາຍອຶດ​ຕາຍຢາກ


ເໝືອນ​ຄົນ​ເປັນ​ທາດ​ທີ່​ເຮັດ​ວຽກ​ໜັກ ຫາ​ທີ່​ຮົ່ມ​ເພິ່ງ​ເຢັນໆ ດັ່ງ​ຜູ້​ອອກແຮງງານ​ລໍຄອຍ​ເອົາ​ຄ່າຈ້າງ.


ຖ້າ​ສັດ​ຖືກ​ສັດປ່າ​ກັດ​ຕາຍ ຜູ້​ຮັບ​ລ້ຽງ​ຕ້ອງ​ນຳ​ຫຼັກຖານ​ມາ​ຢັ້ງຢືນ; ລາວ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຄ່າ​ສັດ​ທີ່​ຖືກ​ສັດປ່າ​ກັດ​ຕາຍ.


ແຕ່​ຖ້າ​ເຈົ້າຂອງ​ສັດ​ນັ້ນ​ຢູ່ ຜູ້​ຢືມ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ. ຖ້າ​ເປັນ​ການ​ເຊົ່າ​ກໍ​ໃຫ້​ຄິດ​ແຕ່​ຄ່າ​ເຊົ່າ​ເທົ່ານັ້ນ​ກໍ​ພໍ.


ຢ່າ​ຂົ່ມເຫັງ​ຫລື​ບີບ​ບັງຄັບ​ຄົນ​ຕ່າງດ້າວ; ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ປະເທດ​ເອຢິບ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຮັບ​ເງິນ ຫລື​ຂອງ​ມີຄ່າ​ຂອງ​ເພື່ອນບ້ານ​ທີ່​ນຳ​ມາ​ຝາກ​ໄວ້​ກັບ​ຕົນ ແລະ​ຂອງ​ເຫຼົ່ານັ້ນ​ຊໍ້າ​ຖືກ​ລັກ​ໄປ​ຈາກ​ເຮືອນ​ຂອງຕົນ; ຖ້າ​ຈັບ​ໄດ້​ໄລ່​ທັນ ຜູ້​ລັກ​ນັ້ນ​ຕ້ອງ​ຈ່າຍ​ໃຫ້​ຄືນ​ເຖິງ​ສອງ​ເທົ່າ.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ເຄື່ອງຊັ່ງ​ກັບ​ເຄື່ອງແທກ​ບໍ່​ສັດຊື່.


ຢ່າ​ເອົາ​ປຽບ​ຄົນທຸກ​ຍ້ອນ​ວ່າ​ເຈົ້າ​ໄດ້​ປຽບ​ພວກເຂົາ ຢ່າ​ເອົາ​ປຽບ​ຄົນ​ທີ່​ຖືກ​ນຳ​ຂຶ້ນ​ສານ​ໂດຍ​ບໍ່ມີ​ທາງ​ສູ້.


ຢ່າ​ປ່ອຍ​ໃຫ້​ເພື່ອນບ້ານ​ຂອງເຈົ້າ​ລໍ​ຖ້າ​ຈົນເຖິງ​ມື້ອື່ນ ສິ່ງ​ທີ່​ເຈົ້າ​ຊ່ວຍ​ໄດ້​ໃນ​ທັນທີ​ທັນໃດ.


ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ສ້າງ​ເຮືອນ​ຕົນ​ຢ່າງ​ບໍ່​ຍຸດຕິທຳ ທັງ​ຂະຫຍາຍ​ໃຫ້​ກວ້າງຂວາງ​ຢ່າງ​ບໍ່​ສັດຊື່; ຄື​ຜູ້​ທີ່​ໃຫ້​ຄົນອື່ນ​ເຮັດ​ວຽກ​ໂດຍ​ບໍ່​ໃຫ້​ຄ່າຈ້າງ​ຫຍັງ ທັງ​ບໍ່​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ອີກ​ດ້ວຍ.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.


ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຄົນ​ຮັ່ງມີ​ສໍ້ໂກງ​ແລະ​ປຸ້ນຈີ້. ພວກເຂົາ​ຂົ່ມເຫັງ​ຄົນ​ຍາກຈົນ​ແລະ​ຕ່າງ​ກໍ​ເອົາລັດ​ເອົາປຽບ​ຄົນ​ຕ່າງດ້າວ.


ສະນັ້ນ ເມື່ອ​ພວກເຈົ້າ​ຂາຍ​ທີ່ດິນ​ໃຫ້​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ ຫລື​ຊື້​ທີ່ດິນ​ຈາກ​ລາວ​ກໍດີ ຢ່າ​ໄດ້​ຊື້​ຂາຍ​ກັນ​ໂດຍ​ບໍ່​ຍຸດຕິທຳ.


ຢ່າ​ໄດ້​ສໍ້ໂກງ​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຫລື​ໂດຍ​ເວົ້າ​ຕົວະ ແລະ​ສາບານ​ເຖິງ​ສິ່ງ​ທີ່​ເສຍ​ໄປ​ນັ້ນ​ວ່າ​ຕົນ​ບໍ່​ເຫັນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ເມື່ອ​ຮອດ​ຕອນແລງ​ມາ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ບອກ​ຜູ້​ຈັດການ​ຂອງຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ ໂດຍ​ເລີ່ມ​ຕັ້ງແຕ່​ຜູ້​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າສຸດ ຈົນເຖິງ​ຄົນ​ຮັບຈ້າງ​ຜູ້​ມາ​ທຳອິດ.’


ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’


ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ໄດ້​ເກັບ​ພາສີ​ເກີນ​ອັດຕາ”.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຢ່າ​ເອົາ​ກະສອບ​ສູບ​ໃສ່​ປາກ​ງົວ ທີ່​ກໍາລັງ​ຢຽບ​ເຂົ້າ” ແລະ “ຄົນງານ​ກໍ​ຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງຕົນ.”


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka