Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 19:10 - ພຣະຄຳພີສັກສິ

10 ຢ່າ​ຄືນ​ໄປ​ໃນ​ສວນ​ເກັບເລັມ​ເອົາ​ພົ້ວ​ອະງຸ່ນ​ທີ່​ລືມ​ເກັບ ຫລື​ໝາກອະງຸ່ນ​ທີ່​ຕົກ​ເທິງ​ໜ້າ​ດິນ; ຈົ່ງ​ປະ​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 19:10
16 Jak'a apnaqawi uñst'ayäwi  

ມີ​ພຽງ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ລອດຊີວິດ​ຢູ່ ແລະ​ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ກົກ​ໝາກກອກເທດ ຊຶ່ງ​ໝາກ​ໃນ​ຕົ້ນ​ຖືກ​ປິດ​ເອົາໄປ​ໝົດ ເວັ້ນໄວ້​ແຕ່​ສອງ​ຫລື​ສາມ​ໝາກ​ທີ່​ຢູ່​ປາຍ​ກົກ​ເທົ່ານັ້ນ ຫລື​ບາງ​ໜ່ວຍ​ທີ່​ເຫຼືອ​ຢູ່​ລຸ່ມ​ງ່າ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້ແຫລະ.


ສິ່ງ​ນີ້ແຫລະ ຈະ​ເກີດຂຶ້ນ​ກັບ​ທຸກໆ​ຊາດ​ທົ່ວ​ໂລກນີ້. ຈະ​ເປັນ​ດັ່ງ​ຕອນ​ທີ່​ສິ້ນສຸດ​ຂອງ​ລະດູ​ເກັບກ່ຽວ ເມື່ອ​ເຂົາ​ສັ່ນ​ເອົາ​ໝາກກອກເທດ​ໃນ​ທຸກ​ກົກ ແລະ​ເກັບ​ເອົາ​ພົ້ວ​ໝາກອະງຸ່ນ​ໃນ​ທຸກ​ຕົ້ນ.


ເມື່ອ​ຄົນ​ເກັບ​ໝາກອະງຸ່ນ​ປະ​ໝາກອະງຸ່ນ​ບາງ​ໜ່ວຍ​ໄວ້​ຕາມ​ເຄືອ; ແລະ​ເມື່ອ​ພວກ​ນັກປຸ້ນ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ຈະ​ປຸ້ນ​ເອົາ​ແຕ່​ສິ່ງ​ທີ່​ຕ້ອງການ​ເທົ່ານັ້ນ​ໄປ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.


ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.


ແຕ່​ໃນ​ປີ​ທີ​ຫ້າ ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້. ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທັງໝົດ​ນີ້ ຕົ້ນໄມ້​ຂອງ​ພວກເຈົ້າ​ກໍ​ຈະ​ເກີດ​ໝາກ​ຢ່າງ​ຫລວງຫລາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ໄຮ່​ນາ ຢ່າ​ກ່ຽວ​ຕາມ​ແຄມ​ນາ ແລະ​ຢ່າ​ຄືນ​ມາ​ກ່ຽວ​ເຂົ້າ​ທີ່​ເຫຼືອ​ຢູ່.


ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ນາ ຢ່າ​ກ່ຽວ​ຕາມ​ແຄມນາ ແລະ​ຢ່າ​ກັບຄືນ​ມາ​ເລັມ​ເຂົ້າ​ທີ່​ຍັງເຫລືອ​ຢູ່​ນັ້ນ, ແຕ່​ຈົ່ງ​ປະ​ໄວ້​ໃຫ້​ຄົນ​ຍາກຈົນ ແລະ​ຄົນ​ຕ່າງດ້າວ. ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ໃນ​ປີ​ຊະບາໂຕ​ນັ້ນ ແມ່ນ​ວ່າ​ດິນ​ບ່ອນ​ເຮັດຢູ່​ເຮັດກິນ​ບໍ່ໄດ້​ໃຊ້​ປູກຝັງ​ກໍຕາມ ພວກເຈົ້າ​ຍັງ​ສາມາດ​ນຳ​ອາຫານ​ສຳລັບ​ພວກເຈົ້າ ບັນດາ​ຄົນ​ຮັບໃຊ້ ແລະ​ບັນດາ​ລູກຈ້າງ​ຂອງ​ພວກເຈົ້າ ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຈົ້າ,


“ເມື່ອ​ພວກ​ຂີ້ລັກ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ກໍ​ລັກ​ເອົາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ເທົ່ານັ້ນ. ເມື່ອ​ເກັບ​ໝາກອະງຸ່ນ​ຄົນ​ກໍ​ປະ​ໄວ້​ພຽງ​ໜ້ອຍດຽວ ແຕ່​ສັດຕູ​ຂອງ​ເຈົ້າ ໄດ້​ກຳຈັດ​ເຈົ້າ​ໃຫ້​ໝົດກ້ຽງ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ເມື່ອ​ພວກເຈົ້າ​ເກັບກ່ຽວ ແລະ​ລືມ​ຟ່ອນ​ເຂົ້າ​ບາງ​ຟ່ອນ​ໄວ້​ໃນ​ນາ ຢ່າ​ກັບຄືນ​ໄປ​ເກັບ​ເອົາ; ຈົ່ງ​ປະໄວ້​ໃຫ້​ຄົນ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ການງານ​ທຸກໆ​ຢ່າງ​ທີ່​ພວກເຈົ້າ​ເຮັດ.


ເມື່ອ​ພວກເຈົ້າ​ເກັບ​ໝາກກອກເທດ ຢ່າ​ຄືນ​ໄປ​ເລັມ​ອັນ​ທີ່​ເຫຼືອ; ຈົ່ງ​ປະໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.


ເມື່ອ​ພວກເຈົ້າ​ເກັບ​ໝາກອະງຸ່ນ​ຢ່າ​ຄືນ​ໄປ​ເລັມ​ເອົາ​ໝາກ​ຂອງ​ມັນ; ຈົ່ງ​ປະ​ອັນ​ທີ່​ເຫຼືອ​ນັ້ນ​ໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.


ແຕ່​ກີເດໂອນ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ນັ້ນ​ບໍ່​ມີ​ຫຍັງ​ໝົດ ເມື່ອ​ປຽບທຽບ​ໃສ່​ກັບ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ແມ່ນແຕ່​ສິ່ງ​ເລັກນ້ອຍ​ທີ່​ຊາວ​ເອຟຣາອິມ​ໄດ້​ເຮັດ ກໍ​ມີ​ຄຸນຄ່າ​ກວ່າ​ສິ່ງ​ທັງໝົດ​ທີ່​ຕະກຸນ​ຂອງຂ້ອຍ​ໄດ້​ເຮັດ​ມາ.


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka