9 ຢ່າສົມສູ່ກັບເອື້ອຍ ຫລືນ້ອງສາວຂອງພວກເຈົ້າ ເພາະນາງກໍໄດ້ໃຫຍ່ຂຶ້ນຮ່ວມເຮືອນດຽວກັນກັບພວກເຈົ້າ.
ບາງຄົນກໍຫລີ້ນຊູ້ສູ່ຜົວເມຍເຂົາ ແລະຄົນອື່ນໆອີກກໍລໍ້ລວງຫລີ້ນລູກໃພ້ ຫລືລູກສາວຕ່າງແມ່ຂອງຕົນ.
ຢ່າໄດ້ສົມສູ່ກັບຫລານສາວຂອງຕົນ; ອັນນີ້ແມ່ນການອັບອາຍຂາຍໜ້າທີ່ສຸດ.
ຢ່າສົມສູ່ກັບເອື້ອຍຕ່າງພໍ່ ຫລືຕ່າງແມ່; ນາງແມ່ນເອື້ອຍຂອງພວກເຈົ້າຄືກັນ.
ຖ້າຊາຍຜູ້ໜຶ່ງແຕ່ງງານກັບເອື້ອຍ ຫລືນ້ອງຂອງຕົນເອງ ຫລືເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ, ພວກເຂົາຈະຕ້ອງຖືກປະຊາຊົນປະຈານຂາຍໜ້າ ແລະຖືກຂັບໄລ່ໃຫ້ອອກໄປຈາກຊຸມຊົນ. ລາວໄດ້ສົມສູ່ກັບເອື້ອຍຫລືນ້ອງຂອງຕົນ; ສະນັ້ນ ລາວຈຶ່ງຕ້ອງຮັບຜົນທີ່ຕາມມາ.
‘ຄຳສາບແຊ່ງເປັນຂອງຜູ້ໃດຜູ້ໜຶ່ງ ທີ່ສົມສູ່ກັບເອື້ອຍນ້ອງຄີງໆຂອງຕົນ ຫລືເອື້ອຍນ້ອງຕ່າງພໍ່ແມ່.’ ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ.’