8 ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບເມຍຄົນອື່ນໆຂອງເພິ່ນ.
ເມື່ອຢາໂຄບໄດ້ອາໄສຢູ່ໃນດິນແດນນັ້ນ ຣູເບັນໄດ້ລັກນອນນຳນາງບິນຮາ ເມຍນ້ອຍຄົນໜຶ່ງຂອງພໍ່ຕົນ; ເມື່ອຢາໂຄບຮູ້ເລື່ອງນີ້ ເພິ່ນກໍຮ້າຍຫຼາຍ. ຢາໂຄບມີລູກຊາຍສິບສອງຄົນ.
ບາງຄົນນອນນຳເມຍຂອງພໍ່ຕົນ. ບາງຄົນຂົ່ມເຫັງພວກແມ່ຍິງໃຫ້ສົມສູ່ກັບຕົນໃນເວລານາງເປັນປະຈຳເດືອນ.
ຊາຍຄົນໜຶ່ງທີ່ສົມສູ່ກັບເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ກໍເຮັດໃຫ້ພໍ່ຕົນໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ; ຊາຍຍິງທັງສອງຄົນນັ້ນຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
ພວກເຂົາຢຽບຢໍ່າ ຜູ້ທີ່ອ່ອນແອແລະຜູ້ຂາດທີ່ເພິ່ງ ແລະປະຕິເສດຄຳຮ້ອງຂໍຂອງຄົນຍາກຈົນ. ລູກຊາຍກັບພໍ່ໄດ້ນອນນຳສາວທາດຮັບໃຊ້ຜູ້ດຽວກັນ; ດັ່ງນັ້ນ ຈຶ່ງເປັນການດູໝິ່ນປະໝາດນາມອັນບໍຣິສຸດຂອງເຮົາ.
ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ
ຢ່າໃຫ້ຊາຍຜູ້ໃດເຮັດໃຫ້ພໍ່ຂອງຕົນຕ້ອງໄດ້ຖືກອັບອາຍຂາຍໜ້າ ໂດຍສົມສູ່ທາງເພດກັບເມຍນ້ອຍຂອງເພິ່ນ.”
“ຢ່ານັບຜູ້ທີ່ຖືກຕອນຫລືຜູ້ທີ່ມີອະໄວຍະວະສືບພັນພິການ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
‘ຄຳສາບແຊ່ງເປັນຂອງຜູ້ໃດຜູ້ໜຶ່ງ ທີ່ເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບເມຍຄົນໃດຄົນໜຶ່ງຂອງເພິ່ນ.’ ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ.’