Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 18:5 - ພຣະຄຳພີສັກສິ

5 ຈົ່ງ​ເຮັດ​ຕາມ​ຮີດຄອງ​ແລະ​ກົດບັນຍັດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ; ການ​ປະຕິບັດ​ຕາມ​ຄຳສັ່ງ​ດັ່ງ​ກ່າວ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 18:5
19 Jak'a apnaqawi uñst'ayäwi  

ພຣະອົງ​ເຕືອນ​ພວກເພິ່ນ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ ແຕ່​ເພາະ​ພວກເພິ່ນ​ຈອງຫອງ​ຈຶ່ງ​ບໍ່​ຍອມ​ເຮັດ​ຕາມ​ນັ້ນ ເຖິງ​ແມ່ນ​ວ່າ​ການ​ຢຶດຖື​ກົດບັນຍັດ​ໄດ້​ຊີວິດ​ກໍດີ ຍ້ອນ​ພວກເພິ່ນ​ດື້ດຶງ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະອົງ.


ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ


ພຣະອົງ​ບອກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. ຈົ່ງ​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.”


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ຄົນ​ເຊັ່ນນີ້ ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ​ຢ່າງ​ເອົາໃຈໃສ່. ລາວ​ເປັນ​ຄົນ​ຊອບທຳ​ແລະ​ຈະ​ມີ​ຊີວິດ​ຢູ່.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ຂອງເຮົາ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ສັ່ງສອນ​ພວກເຂົາ​ເຖິງ​ບັນດາ​ກົດບັນຍັດ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ.


ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ແຕ່​ຄົນ​ລຸ້ນນີ້​ໄດ້​ທ້າທາຍ​ເຮົາ​ຄືກັນ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ໃຫ້​ຊີວິດ​ແກ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ແລະ​ສັງຫານ​ພວກເຂົາ​ທັງໝົດ​ຖິ້ມ.


ຢ່າ​ສົມສູ່​ກັບ​ຍາດຕິພີ່ນ້ອງ​ຂອງຕົນ ເຮົາ​ແມ່ນ​ພຣະເຈົ້າຢາເວ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຖາມ​ເຮົາ​ເຖິງ​ສິ່ງ​ທີ່​ດີ? ຜູ້​ທີ່​ດີ​ນັ້ນ​ມີ​ແຕ່​ຜູ້​ດຽວ ຖ້າ​ເຈົ້າ​ຕ້ອງການ​ເຂົ້າ​ສູ່​ຊີວິດ ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ໄວ້.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້ ແລະ​ທ່ານ​ຈະ​ໄດ້​ຊີວິດ.”


ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.”


ຝ່າຍ​ກົດບັນຍັດ ຊຶ່ງ​ມີ​ຂຶ້ນ​ເພື່ອ​ໃຫ້​ມີ​ຊີວິດ​ນັ້ນ ກໍ​ປາກົດ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ.


ແຕ່​ກົດບັນຍັດ​ນັ້ນ​ບໍ່ໄດ້​ອາໄສ​ຄວາມເຊື່ອ ເພາະ “ຜູ້ໃດ​ກໍຕາມ​ທີ່​ເຮັດ​ທຸກສິ່ງ​ຕາມ​ກົດບັນຍັດ ກໍ​ຈະ​ດຳລົງ​ຊີວິດ​ຢູ່​ຕາມ​ກົດ​ນັ້ນ.”


ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ສັດຊື່​ຕໍ່​ພຣະອົງ ແລ້ວ​ພວກເຈົ້າ​ແລະ​ລູກຫລານ​ກໍ​ຈະ​ມີ​ຊີວິດ​ຍືນຍາວ ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.


ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ສອນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ ແລະ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka