Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 18:4 - ພຣະຄຳພີສັກສິ

4 ຈົ່ງ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ແລະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ເທົ່າ​ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 18:4
15 Jak'a apnaqawi uñst'ayäwi  

ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເຊື່ອຟັງ​ກົດບັນຍັດ ແລະ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້ ແລະ​ບອກ​ໃຫ້​ພວກ​ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ເຊື່ອຟັງ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ.


ເຮົາ​ຈະ​ເອົາ​ຈິດວິນຍານ​ຂອງເຮົາ​ໃສ່​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຕ່າງໆ ພ້ອມທັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ.


ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຈະ​ຖືກ​ລວມ​ເຂົ້າກັນ​ຢູ່​ພາຍໃຕ້​ຜູ້ປົກຄອງ​ຄົນດຽວ ແລະ​ຈະ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ​ຢ່າງ​ສັດຊື່.


“ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ພວກ​ທີ່​ໄດ້​ຢູ່​ໃນ​ດິນແດນ​ກ່ອນ​ພວກເຈົ້າ​ໄດ້​ເຮັດ​ແຕ່​ສິ່ງ​ເບື່ອໜ່າຍ ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແຕ່​ພວກເຈົ້າ​ຢ່າ​ໄດ້​ເຮັດ​ສິ່ງ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ກັບ​ພວກເຈົ້າ ຕ້ອງ​ຢຶດຖື​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງ​ເຮົາ.


ຈົ່ງ​ເຮັດ​ຕາມ​ຮີດຄອງ​ແລະ​ກົດບັນຍັດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ; ການ​ປະຕິບັດ​ຕາມ​ຄຳສັ່ງ​ດັ່ງ​ກ່າວ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ​ເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຈົ່ງ​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງເຮົາ. ຢ່າ​ປະສົມພັນ​ສັດ​ປະເພດ​ຕ່າງກັນ. ຢ່າ​ຫວ່ານ​ແນວປູກ​ສອງ​ຊະນິດ​ໃສ່​ນາ​ໄຮ່​ດຽວກັນ. ຢ່າ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ສອງ​ຊະນິດ​ປົນກັນ.


ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ເຮົາ ເພື່ອ​ວ່າ​ດິນແດນ​ການາອານ​ຈະ​ບໍ່​ຄາຍ​ພວກເຈົ້າ​ອອກ​ໄປ ຄື​ດິນແດນ​ຊຶ່ງ​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.


“ແມ່ນ​ກົດບັນຍັດ​ທັງໝົດ​ນີ້​ແຫຼະ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ສອນ​ພວກເຈົ້າ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka