Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 18:3 - ພຣະຄຳພີສັກສິ

3 ຢ່າ​ເຮັດ​ຕາມ​ຮີດຄອງ​ຂອງ​ປະຊາຊົນ​ຊາວ​ເອຢິບ ບ່ອນ​ທີ່​ຄັ້ງ​ໜຶ່ງ​ນັ້ນ​ພວກເຈົ້າ​ເຄີຍ​ໄດ້​ອາໄສ​ຢູ່; ຫລື​ເຮັດ​ຕາມ​ຮີດຄອງ​ຂອງ​ປະຊາຊົນ​ທີ່​ການາອານ ບ່ອນ​ທີ່​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 18:3
15 Jak'a apnaqawi uñst'ayäwi  

ແລະ​ໄດ້​ປະພຶດ​ຕາມ​ປະເພນີ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ ແລະ​ທັງ​ໄດ້​ຢຶດຖື​ທຳນຽມ​ທີ່​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ນຳ​ມາ​ປະຕິບັດ.


ແຕ່​ພັດ​ໄດ້​ແຕ່ງງານ​ກັບ​ພວກ​ເຂົາເຈົ້າ ແລະ​ເອົາ​ວິທີ​ປ່າເຖື່ອນ​ຂອງ​ພວກເຂົາ​ມາ​ປະຕິບັດ​ຕາມ.


ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.


ນາງ​ຍັງ​ບໍ່​ເລີກ​ການ​ຫຼິ້ນຊູ້​ທີ່​ນາງ​ເຄີຍ​ເປັນ​ມາ​ແລ້ວ​ໃນ​ປະເທດ​ເອຢິບ ບ່ອນ​ທີ່​ນາງ​ໄດ້​ເສຍຕົວ​ນັ້ນ. ນັບ​ຕັ້ງແຕ່​ນາງ​ໄດ້​ເປັນ​ສາວ ຜູ້ຊາຍ​ໄດ້​ຫລັບ​ນອນ​ນຳ​ນາງ​ທັງ​ເຮັດ​ກັບ​ນາງ​ດັ່ງ​ຍິງໂສເພນີ​ຜູ້ໜຶ່ງ.


ຢ່າ​ໄດ້​ນຳ​ເອົາ​ຮີດຄອງ​ຂອງ​ປະຊາຊົນ​ຜູ້​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ມາ​ໃຊ້; ເຮົາ​ກຳລັງ​ຂັບໄລ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໃຫ້​ອອກ​ໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ ຕໍ່​ຮີດຄອງ​ອັນ​ຊົ່ວຊ້າ​ທັງປວງ​ຂອງ​ພວກເຂົາ.


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ແບບ​ຢ່າງ​ຂອງ​ປະຊາຊົນ​ເຫຼົ່ານີ້​ຂາບໄຫວ້​ພະ​ຂອງ​ພວກເຂົາ.


ພວກເຈົ້າ​ໄດ້​ເຫັນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າລັງກຽດ ທີ່​ພວກເຂົາ​ເຮັດ​ດ້ວຍ​ໄມ້, ຫີນ, ເງິນ ແລະ​ຄຳ.


ຫລັງຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ໃຫ້​ພວກເຈົ້າ​ແລ້ວ ຢ່າ​ຄິດ​ວ່າ​ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ເຂົ້າ​ມາ​ຄອບຄອງ​ເອົາ​ດິນແດນ​ນີ້ ຍ້ອນ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ກຳລັງ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ເພາະ​ພວກເຂົາ​ຊົ່ວຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka