Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 18:21 - ພຣະຄຳພີສັກສິ

21 ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 18:21
30 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ແລະ​ປະພຶດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ໄດ້​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ ໂດຍ​ຮຽນ​ເອົາ​ແບບຢ່າງ​ຂອງ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີ ໃນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ບຸກໜ້າ​ເຂົ້າ​ມາ​ນັ້ນ.


ຊາວ​ອິບວາ ໄດ້​ສ້າງ​ຮູບ​ພະ​ນິບຮາດ​ແລະ​ພະ​ຕາກຕັກ; ສ່ວນ​ຊາວ​ເສຟາກວາອິມ​ນັ້ນ​ໄດ້​ເຜົາ​ລູກ​ຂອງຕົນ ຖວາຍບູຊາ​ແກ່​ຮູບ​ພະ​ອັດຣຳເມເລັກ ແລະ​ຮູບ​ພະ​ອານາມເມເລັກ.


ເພິ່ນ​ໄດ້​ຖວາຍ​ລູກຊາຍ​ຂອງຕົນ​ໃຫ້​ເປັນ​ເຄື່ອງ​ຖວາຍບູຊາ. ເພິ່ນ​ທຳພິທີ​ຖາມ​ສິ່ງ​ສັກສິດ ແລະ​ຝຶກ​ເວດມົນ​ກະຖາ ແລະ​ປຶກສາ ພວກ​ໝໍ​ດູ​ແລະ​ໝໍ​ຜີ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”


ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ແມ່ນແຕ່​ທຸກ​ວັນ​ນີ້ ພວກເຈົ້າ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ ແລະ​ພວກເຈົ້າ​ເອງ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເຜົາ​ໄຟ​ໃຫ້​ແກ່​ພວກ​ມັນ. ແຕ່​ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ຍັງ​ຖາມ​ວ່າ ຄວາມປະສົງ​ຂອງເຮົາ​ແມ່ນ​ຫຍັງ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ຖາມ​ເຮົາ​ສິ່ງໃດໆ​ສັນນັ້ນ.


ພວກເຂົາ​ໄດ້​ຫລີ້ນຊູ້​ແລະ​ໄດ້​ຂ້າ​ຄົນ ຄື​ຫລີ້ນຊູ້​ກັບ​ບັນດາ​ຮູບເຄົາຣົບ ແລະ​ຂ້າ​ລູກຊາຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເກີດ​ໃຫ້​ເຮົາ. ພວກເຂົາ​ໄດ້​ເຜົາບູຊາ​ບັນດາ​ລູກຊາຍ​ຂອງເຮົາ​ໃຫ້​ບັນດາ​ຮູບເຄົາຣົບ.


ຢ່າ​ສາບານ​ອອກ​ນາມຊື່​ຂອງເຮົາ​ເພື່ອ​ຕົວະ ຊຶ່ງ​ເປັນ​ການ​ນຳ​ຄວາມ​ເສື່ອມເສຍ​ມາ​ສູ່​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.


ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ພວກເຈົ້າ​ບໍ່​ຕ້ອງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ສະນັ້ນ ຈົ່ງ​ພາກັນ​ແຍກ​ອອກ​ຈາກ​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ​ນີ້​ດ້ວຍ​ຄວາມ​ຢຳເກງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຢ່າ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ເຮົາ​ຕ້ອງ​ເປັນ​ທີ່​ບໍຣິສຸດ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ;


ແລ້ວ​ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພຣະເຈົ້າ ຕ້ອງ​ໄດ້​ຮັບ​ຜົນ​ກຳ ແລະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ.


ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ແຕ່​ບັດນີ້​ຍ້ອນ​ພວກເຈົ້າ​ໄດ້​ຂາບໄຫວ້​ຮູບເຄົາຣົບ ຄື​ຮູບ​ສັກກູດ ທີ່​ເປັນ​ພະ​ແຫ່ງ​ກະສັດ​ຂອງ​ພວກເຈົ້າ ແລະ​ຮູບ​ໄກວັນ ທີ່​ເປັນ​ພະ​ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ອູ້ມຫອບ​ເອົາ​ພະ​ເຫຼົ່ານີ້​ໄປ


ພຣະເຈົ້າຢາເວ​ຈະ​ພໍໃຈ​ບໍ ຖ້າ​ຂ້າພະເຈົ້າ​ນຳ​ແກະ​ພັນ​ໂຕ ຫລື​ນໍ້າມັນ​ໝາກກອກເທດ​ອັນ​ບໍ່​ໝົດ​ເປັນ​ຈັກເທື່ອ ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຄວນ​ຈະ​ຖວາຍ​ລູກກົກ​ແກ່​ພຣະອົງ ເພື່ອ​ເປັນ​ຄ່າ​ໄຖ່​ການບາບ​ຂອງ​ຂ້າພະເຈົ້າ​ບໍ?


“ແຕ່​ພວກເຈົ້າ​ນັ້ນ​ໝິ່ນປະໝາດ​ເຮົາ ເມື່ອ​ພວກເຈົ້າ​ເວົ້າ​ວ່າ, ‘ແທ່ນບູຊາ​ຂອງເຮົາ​ໜ້າລັງກຽດ’ ແລະ​ເວລາ​ທີ່​ພວກເຈົ້າ​ຖວາຍ​ອາຫານ​ເປັນ​ມົນທິນ​ທີ່​ເທິງ​ແທ່ນ​ນັ້ນ.


ສຳນັກ​ຜ້າ​ທີ່​ພວກເຈົ້າ​ຫາມ​ນັ້ນ ແມ່ນ​ຂອງ​ພະ​ໂມເລັກ ແລະ​ຮູບ​ພະ​ເຣຟານ​ກໍ​ເປັນ​ພະ ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ລ້ວນແຕ່​ເປັນ​ຮູບເຄົາຣົບ ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຂາບໄຫວ້​ບູຊາ ສະນັ້ນ ເຮົາ​ຈຶ່ງ​ຈະ​ເນລະເທດ​ພວກເຈົ້າ ໄປ​ໃຫ້​ກາຍ​ນະຄອນ​ບາບີໂລນ​ພຸ້ນ.’


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”


ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຂົາ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ໃນ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ທຸກຢ່າງ ຊຶ່ງ​ພຣະເຈົ້າຢາເວ​ກຽດຊັງ​ທີ່ສຸດ. ພວກເຂົາ​ເຜົາ​ແມ່ນແຕ່​ລູກຊາຍ ລູກສາວ​ຂອງ​ພວກເຂົາ​ເອງ​ເທິງ​ແທ່ນບູຊາ.


ຢ່າ​ເຜົາບູຊາ​ລູກຊາຍ ລູກສາວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ ແລະ​ຢ່າ​ໃຫ້​ປະຊາຊົນ​ໄປ​ຫາ​ໝໍ​ດູ, ໝໍ​ມໍ, ຫລື​ສ່ຽງໂຊກ ຫລື​ເສກ​ມົນຄາຖາ​ຫາ​ສະເໜ່​


Jiwasaru arktasipxañani:

Anuncios ukanaka


Anuncios ukanaka