2 “ໃຫ້ບອກປະຊາຊົນອິດສະຣາເອນວ່າ, ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ເຮົາຈະຕັ້ງພັນທະສັນຍາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍຂອງເຈົ້າ ໃຫ້ເປັນພັນທະສັນຍາສືບໄປສຳລັບຄົນເຊັ່ນຕໍ່ໆໄປ. ເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະພຣະເຈົ້າຂອງເຊື້ອສາຍຂອງເຈົ້າ.
ຄວາມສຸກເປັນຂອງຊົນຊາດທີ່ພຣະເຈົ້າ ເປັນພຣະເຈົ້າຢາເວໃດ ຄວາມສຸກເປັນຂອງປະຊາຊົນທີ່ພຣະອົງໄດ້ເລືອກໄວ້.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
ຈົ່ງບອກພວກເຂົາເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ເມື່ອເຮົາໄດ້ເລືອກເອົາຊາດອິດສະຣາເອນນັ້ນ ເຮົາໄດ້ເຮັດຄຳສັນຍາກັບພວກເຂົາ. ເຮົາໄດ້ປາກົດເຮົາເອງຕໍ່ພວກເຂົາໃນເອຢິບແລະໄດ້ບອກພວກເຂົາວ່າ: ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ.’
ເຮົາບອກພວກເຂົາໃຫ້ໂຍນຮູບເຄົາຣົບອັນໜ້າກຽດຊັງ ຊຶ່ງພວກເຂົາຮັກນັ້ນຖິ້ມ ແລະຢ່າປະພຶດຕົນໃຫ້ເປັນມົນທິນກັບພະປອມຂອງເອຢິບ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
ເຫດສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ເຮົາໃຫ້ພວກເຈົ້າ ແລະຢ່າເຮັດຕາມຮີດຄອງຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນດິນແດນນີ້ກ່ອນພວກເຈົ້າ ແລະຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ໂດຍປະຕິບັດຕາມຮີດຄອງເຫຼົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ຈົ່ງເຊື່ອຟັງກົດບັນຍັດຂອງເຮົາ ແລະເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ເທົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຈົ່ງເຮັດກັບພວກເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນຄົນອື່ນໆ ແລະຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ. ຈົ່ງຈຳໄວ້ວ່າ ພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນດິນແດນຂອງຊາວເອຢິບມາຄັ້ງໜຶ່ງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າໄດ້ນຳເອົາຮີດຄອງຂອງປະຊາຊົນຜູ້ທີ່ອາໄສຢູ່ໃນບ່ອນນັ້ນມາໃຊ້; ເຮົາກຳລັງຂັບໄລ່ຄົນບໍ່ນັບຖືພຣະເຈົ້າເຫຼົ່ານັ້ນໃຫ້ອອກໄປ ເພື່ອພວກເຈົ້າຈະໄດ້ເຂົ້າໄປໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ເຮົາເບື່ອໜ່າຍ ຕໍ່ຮີດຄອງອັນຊົ່ວຊ້າທັງປວງຂອງພວກເຂົາ.
ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.