12-13 ຢ່າສົມສູ່ກັບປ້າຫລືອາ ບໍ່ວ່າຈະເປັນນ້ອງ ຫລືເອື້ອຍຂອງພໍ່ ຫລືນ້ອງຫລືເອື້ອຍຂອງແມ່ພວກເຈົ້າກໍຕາມ.
ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ຢ່າສົມສູ່ກັບເອື້ອຍຕ່າງພໍ່ ຫລືຕ່າງແມ່; ນາງແມ່ນເອື້ອຍຂອງພວກເຈົ້າຄືກັນ.
ຖ້າຊາຍຜູ້ໜຶ່ງໄດ້ສົມສູ່ກັບປ້າຫລືອາຂອງຕົນ ເຂົາທັງສອງຕ້ອງໄດ້ຮັບຜົນກຳສຳລັບການຜິດນອກສິນທຳ.