9 ມາຖວາຍແກ່ພຣະເຈົ້າຢາເວຢູ່ໃນບ່ອນໃດໆກໍຕາມ ນອກຈາກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມແລ້ວ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ.
ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ.
ຖ້າຊາວອິດສະຣາເອນ ຫລືຊາວຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ນຳຊຸມຊົນ ນຳເຄື່ອງມາເຜົາຖວາຍຫລືເຄື່ອງບູຊາອື່ນໆ
ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ.