ລະບຽບ^ພວກເລວີ 17:7 - ພຣະຄຳພີສັກສິ7 ແລ້ວປະຊາຊົນອິດສະຣາເອນກໍຈະບໍ່ເຮັດຜິດອີກຕໍ່ໄປຄື: ຈະບໍ່ຂ້າສັດຂອງພວກເຂົາຖວາຍແກ່ຜີປີສາດແບ້. ປະຊາຊົນອິດສະຣາເອນຕ້ອງຢຶດຖືລະບຽບການນີ້ໄວ້ ທຸກຍຸກທຸກສະໄໝສືບໄປ. Uka jalj uñjjattʼäta |
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”
ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.