ລະບຽບ^ພວກເລວີ 17:6 - ພຣະຄຳພີສັກສິ6 ປະໂຣຫິດຈະຊິດເລືອດສັດໃສ່ຂ້າງທັງສີ່ຂອງແທ່ນບູຊາຂອງພຣະເຈົ້າຢາເວ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະເຜົາໄຂມັນເພື່ອໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. Uka jalj uñjjattʼäta |
“ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.