ລະບຽບ^ພວກເລວີ 17:5 - ພຣະຄຳພີສັກສິ5 ຄວາມໝາຍຂອງຄຳສັ່ງນີ້ ເພື່ອໃຫ້ປະຊາຊົນນຳສັດທີ່ພວກເຂົາເຄີຍຂ້ານອກເມືອງນັ້ນ ມາຂ້າຖວາຍແກ່ພຣະເຈົ້າຢາເວ. ບັດນີ້ ພວກເຂົາຈະຕ້ອງນຳສັດເຫຼົ່ານັ້ນ ມາຫາປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຂ້າສັດນັ້ນຕາມພິທີຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. Uka jalj uñjjattʼäta |
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
“ແຕ່ພວກປະໂຣຫິດຊາວເລວີຜູ້ທີ່ສືບເຊື້ອສາຍຈາກຊາດົກ ໄດ້ສືບຕໍ່ຮັບໃຊ້ເຮົາໃນພຣະວິຫານຢ່າງສັດຊື່ ໃນເມື່ອປະຊາຊົນອື່ນໆໄດ້ຫັນໜ້າໜີໄປຈາກເຮົາ. ສະນັ້ນ ຕໍ່ໄປນີ້ແມ່ນພວກເຂົາເທົ່ານັ້ນ ທີ່ຈະໄດ້ເຂົ້າມາຊ້ອງໜ້າເຮົາ ເພື່ອຖວາຍໄຂມັນ ແລະເລືອດເປັນເຄື່ອງບູຊາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.