ລະບຽບ^ພວກເລວີ 17:2 - ພຣະຄຳພີສັກສິ2 ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ແກ່ອາໂຣນແລະພວກລູກຊາຍ ພ້ອມທັງປະຊາຊົນອິດສະຣາເອນທຸກຄົນ ແລະຈົ່ງກ່າວແກ່ພວກເຂົາວ່າ, ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້: Uka jalj uñjjattʼäta |
ຖ້າຄົນອິດສະຣາເອນຜູ້ໜຶ່ງຂ້າປາດຄໍງົວ ຫລືແກະ ຫລືແບ້ໂຕໜຶ່ງ ເພື່ອຖວາຍແກ່ພຣະເຈົ້າຢາເວໃນບ່ອນໃດກໍດີ ແທນທີ່ຈະເອົາມາຖວາຍທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຈະໄດ້ເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວ; ແມ່ນຄົນນັ້ນໄດ້ລະເມີດກົດບັນຍັດ ເພາະລາວໄດ້ເຮັດໃຫ້ເລືອດໄຫລອອກ ແລະລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.