Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 17:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ພວກເຂົາ ຫລື​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 17:12
5 Jak'a apnaqawi uñst'ayäwi  

ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.”


ຈົ່ງ​ບອກ​ພວກເຂົາ​ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ‘ພວກເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່. ພວກເຈົ້າ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຈົ້າ​ຂ້າ​ຄົນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ນັ້ນ​ເປັນ​ຂອງ​ພວກເຈົ້າ?


ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່​ແມ່ນ​ຢູ່​ໃນ​ເລືອດ; ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຖອກ​ເລືອດ​ທຸກ​ຊະນິດ​ໃສ່​ເທິງ​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ທຸກຢ່າງ​ຂອງ​ປະຊາຊົນ. ເລືອດ​ສາມາດ​ລຶບລ້າງ​ບາບ​ໄດ້ ເພາະ​ແມ່ນ​ຊີວິດ.


ຖ້າ​ຊາວ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ຜູ້ໃດ ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ຈັບ​ສັດ ຫລື​ນົກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ໄດ້ ລາວ​ຕ້ອງ​ຂ້າ​ສັດ​ນັ້ນ​ໂດຍ​ໃຫ້​ເລືອດ​ໄຫລ​ລົງ​ໃສ່​ດິນ ແລະ​ເອົາ​ຂີ້ຝຸ່ນ​ດິນ​ຖົມ​ໄວ້.


ຢ່າ​ໃຫ້​ຊາວ​ອິດສະຣາເອນ​ຄົນ​ໃດ​ກິນ​ໄຂມັນ ຫລື​ກິນ​ເລືອດ; ອັນ​ນີ້​ແມ່ນ​ລະບຽບການ ທີ່​ຊາວ​ອິດສະຣາເອນ​ຕ້ອງ​ຢຶດຖື​ຕະຫລອດໄປ​ບໍ່​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ໃດ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka