Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 17:11 - ພຣະຄຳພີສັກສິ

11 ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່​ແມ່ນ​ຢູ່​ໃນ​ເລືອດ; ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຖອກ​ເລືອດ​ທຸກ​ຊະນິດ​ໃສ່​ເທິງ​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ທຸກຢ່າງ​ຂອງ​ປະຊາຊົນ. ເລືອດ​ສາມາດ​ລຶບລ້າງ​ບາບ​ໄດ້ ເພາະ​ແມ່ນ​ຊີວິດ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 17:11
24 Jak'a apnaqawi uñst'ayäwi  

ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ບໍ່​ຕ້ອງ​ກິນ​ຄື: ຊີ້ນ​ທີ່​ມີ​ເລືອດ; ເພາະ​ເລືອດ​ແມ່ນ​ຫລັກ​ສຳຄັນ​ແຫ່ງ​ຊີວິດ.


ລາວ​ຈະ​ຕ້ອງ​ຂ້າປາດຄໍ​ງົວເຖິກ​ຢູ່​ທີ່​ນັ້ນ ແລະ​ປະໂຣຫິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ຈະ​ຖວາຍ​ເລືອດ​ສັດ​ນັ້ນ ແລ້ວ​ຖອກ​ເລືອດ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ ທີ່​ຕັ້ງ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ເມື່ອ​ອາໂຣນ​ຖວາຍບູຊາ​ງົວເຖິກໜຸ່ມ ເພື່ອ​ລຶບລ້າງ​ບາບ​ຂອງຕົນ​ແລະ​ຄົນ​ໃນ​ຄອບຄົວ​ນັ້ນ


ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ພວກເຂົາ ຫລື​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ເຈົ້າ ກິນ​ຊີ້ນ​ທີ່​ມີ​ເລືອດ​ຢູ່.


ຊີວິດ​ຂອງ​ທຸກໆ​ສິ່ງ​ທີ່​ເປັນ​ຢູ່ ແມ່ນ​ຢູ່​ໃນ​ເລືອດ ເພາະ​ສະນັ້ນ ເຮົາ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ບໍ່​ໃຫ້​ກິນ​ຊີ້ນ​ສັດ​ໃດໆ​ທີ່​ມີ​ເລືອດ​ຢູ່ ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຍັງ​ຂືນ​ກິນ ເຮົາ​ຈະ​ບໍ່​ຖື​ຜູ້ນັ້ນ​ວ່າ ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເຜົາ​ໄຂມັນ​ທັງໝົດ ດັ່ງ​ເຜົາ​ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຳນອງນີ້ ປະໂຣຫິດ​ຈະ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ຜູ້ປົກຄອງ ແລະ​ຜູ້ປົກຄອງ​ນັ້ນ​ກໍ​ຈະ​ຫລຸດພົ້ນ​ຈາກ​ບາບ​ນັ້ນ.


ໂມເຊ​ໄດ້​ຂ້າປາດຄໍ​ງົວ​ໂຕ​ນັ້ນ​ແລະ​ເອົາ​ເລືອດ​ບາງ​ສ່ວນ​ມາ ແລະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລະ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ແທ່ນບູຊາ​ເພື່ອ​ອຸທິດ​ຖວາຍ. ແລ້ວ​ເພິ່ນ​ກໍ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ ເພື່ອ​ຊຳລະ​ໃຫ້​ສັກສິດ​ບໍຣິສຸດ ແລະ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ​ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.


ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ


ດ້ວຍເຫດນັ້ນ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ແລ້ວ ດ້ວຍ​ເລືອດ​ຂອງ​ພຣະອົງ ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໂດຍ​ພຣະອົງ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ແຕ່​ຢ່າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່​ໃນ​ນັ້ນ ເພາະ​ຊີວິດ​ແມ່ນ​ຢູ່​ໃນ​ເລືອດ ແລະ​ພວກເຈົ້າ​ບໍ່​ຕ້ອງ​ກິນ​ຊີວິດ​ພ້ອມ​ກັບ​ຊີ້ນ.


ໂດຍ​ພຣະບຸດ​ນັ້ນ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ ແລະ​ຊົງ​ຍົກ​ການບາບ​ທັງຫລາຍ​ຂອງ​ພວກເຮົາ.


ແລະ​ໂດຍ​ພຣະອົງ​ນັ້ນ ຈະ​ໄດ້​ຊົງ​ໃຫ້​ສິ່ງສາລະພັດ​ກັບຄືນ​ດີ​ກັບ​ພຣະເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນດິນ​ໂລກ ຫລື​ໃນ​ສະຫວັນ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ເກີດ​ສັນຕິພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້ກາງແຂນ​ຂອງ​ພຣະອົງ.


ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຕາຍ​ທີ່​ນອກ​ປະຕູ​ເມືອງ​ເຊັ່ນກັນ ເພື່ອ​ຊຳລະ​ໄພ່ພົນ​ຂອງ​ພຣະເຈົ້າ​ໃຫ້​ບໍຣິສຸດ ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ທີ່​ຈິງ​ຕາມ​ກົດບັນຍັດ​ແລ້ວ ແມ່ນ​ເກືອບ​ທຸກໆ​ສິ່ງ​ຕ້ອງ​ຊຳລະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່ມີ​ເລືອດ​ໄຫລ​ອອກ​ແລ້ວ ການ​ໃຫ້​ອະໄພ​ບາບກຳ​ກໍ​ບໍ່ມີ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka