8 ໃນທີ່ນັ້ນ ອາໂຣນຈະໃຊ້ສະຫລາກດ້ວຍຫີນສອງແຜ່ນ; ແຜ່ນໜຶ່ງນັ້ນໃຫ້ຂຽນວ່າ, “ສຳລັບພຣະເຈົ້າຢາເວ” ແລະແຜ່ນໜຶ່ງອີກຂຽນວ່າ, “ສຳລັບອາຊາເຊນ.”
ມະນຸດໃຊ້ສະຫລາກຢາກຮູ້ພຣະປະສົງ, ແຕ່ແມ່ນພຣະເຈົ້າຢາເວເອງທີ່ເປັນຜູ້ໃຫ້ຄຳຊີ້ຂາດ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ດິນແດນທີ່ໄດ້ຖືກແບ່ງປັນເປັນສ່ວນໃຫ້ເຜົ່າຕ່າງໆຂອງຊາດອິດສະຣາເອນ ເປັນກຳມະສິດນັ້ນແມ່ນຕ້ອງດຳເນີນດ້ວຍວິທີນີ້ແຫຼະ.”
ແບ້ໂຕທີ່ຕົກເປັນຂອງອາຊາເຊນ ຈະຖືກນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວທັງເປັນ; ແລ້ວເຂົາກໍຈະປ່ອຍແບ້ໂຕນີ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານອາຊາເຊນ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນ.
ຜູ້ທີ່ນຳແບ້ໄປປ່ອຍໃນຖິ່ນແຫ້ງແລ້ງກັນດານອາຊາເຊນນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະອາບນໍ້າຊຳລະຮ່າງກາຍ ແລ້ວຈຶ່ງກັບຄືນເຂົ້າໃນຄ້າຍພັກໄດ້.
ຕໍ່ມາ ເພິ່ນຈະຕ້ອງນຳແບ້ສອງໂຕມາຕໍ່ໜ້າພຣະເຈົ້າຢາເວ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ອາໂຣນຈະຕ້ອງຖວາຍແບ້ໂຕທີ່ສະຫລາກຕົກຖືກນັ້ນ ແກ່ພຣະເຈົ້າຢາເວເພື່ອລຶບລ້າງບາບ.
ພວກລູກເຮືອໄດ້ເວົ້າຕໍ່ກັນແລະກັນວ່າ, “ໃຫ້ພວກເຮົາໃຊ້ສະຫລາກ ແລະຫາຕົວຜູ້ທີ່ເຮັດໃຫ້ພວກເຮົາຕ້ອງຕົກຢູ່ໃນອັນຕະລາຍເຊັ່ນນີ້.” ພວກເຂົາຈຶ່ງໃຊ້ສະຫລາກ ແລະສະຫລາກນັ້ນກໍຕົກຖືກຊື່ໂຢນາ.
ຈົ່ງແບ່ງປັນດິນແດນໃຫ້ເຜົ່າ ແລະຕະກຸນຕ່າງໆໂດຍວິທີໃຊ້ສະຫລາກຄື: ຕະກຸນທີ່ມີຫລາຍຄົນໃຫ້ມີດິນແດນຫລາຍ ແລະຕະກຸນທີ່ມີໜ້ອຍຄົນໃຫ້ມີດິນແດນໜ້ອຍ ທຸກຄົນຈະໄດ້ຮັບດິນແດນເປັນກຳມະສິດ ຕາມທີ່ສະຫລາກໄດ້ຕົກຖືກຕົນ ການແບ່ງປັນນີ້ໄດ້ເຮັດຕາມຕະກຸນປູ່ຍ່າຕາຍາຍຂອງແຕ່ລະເຜົ່າ.