7 ຕໍ່ມາ ເພິ່ນຈະຕ້ອງນຳແບ້ສອງໂຕມາຕໍ່ໜ້າພຣະເຈົ້າຢາເວ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ.
ເພິ່ນຈະຕ້ອງຖວາຍງົວເຖິກໂຕໜຶ່ງ ຕາມພິທີຖວາຍບູຊາລຶບລ້າງການບາບຂອງຕົນແລະຂອງຄົນໃນຄອບຄົວ.
ໃນທີ່ນັ້ນ ອາໂຣນຈະໃຊ້ສະຫລາກດ້ວຍຫີນສອງແຜ່ນ; ແຜ່ນໜຶ່ງນັ້ນໃຫ້ຂຽນວ່າ, “ສຳລັບພຣະເຈົ້າຢາເວ” ແລະແຜ່ນໜຶ່ງອີກຂຽນວ່າ, “ສຳລັບອາຊາເຊນ.”
ເພິ່ນຈະຕ້ອງນຳງົວເຖິກໂຕນັ້ນໄປທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ໃນທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວ.
ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍເລີ່ມອະທິບາຍໃຫ້ພວກສາວົກຟັງ ໂດຍກ່າວວ່າ, “ເຮົາຈຳເປັນຕ້ອງໄປນະຄອນເຢຣູຊາເລັມ ແລະຕ້ອງຮັບຄວາມທົນທຸກທໍລະມານຢ່າງໜັກຈາກພວກເຖົ້າແກ່ ພວກຫົວໜ້າປະໂຣຫິດແລະພວກທຳມະຈານ, ເຮົາຈະຖືກຂ້າ ແຕ່ໃນວັນຖ້ວນສາມເຮົາຈະເປັນຄືນມາຈາກຕາຍສູ່ຊີວິດ.”
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.