Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:6 - ພຣະຄຳພີສັກສິ

6 ເພິ່ນ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ຕາມ​ພິທີ​ຖວາຍບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ຄົນ​ໃນ​ຄອບຄົວ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:6
12 Jak'a apnaqawi uñst'ayäwi  

ຕອນເຊົ້າ​ຫລັງຈາກ​ງານກິນລ້ຽງ​ເລີກ​ແລ້ວ ທຸກ​ເທື່ອ​ໂຢບ​ຈະ​ຕື່ນ​ແຕ່​ເຊົ້າ​ມືດ ແລະ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ລູກ​ແຕ່ລະຄົນ ເພື່ອ​ຊຳລະ​ພວກເຂົາ​ຈາກ​ມົນທິນ. ເພິ່ນ​ເຮັດ​ເຊັ່ນນີ້​ເລື້ອຍໆ​ເພາະ​ເພິ່ນ​ຄິດ​ວ່າ ຜູ້ໜຶ່ງ​ໃນ​ພວກເຂົາ​ອາດ​ໄດ້​ເຮັດ​ບາບ ໂດຍ​ປະໝາດ​ພຣະເຈົ້າ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ກໍໄດ້.


ບັນດາ​ປະໂຣຫິດ​ເຫຼົ່ານັ້ນ​ທີ່​ເປັນ​ຄົນ​ຂອງ​ເຜົ່າເລວີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ ແມ່ນ​ພວກ​ດຽວ​ເທົ່ານັ້ນ​ທີ່​ຈະ​ເຂົ້າ​ມາ​ຮັບໃຊ້​ຊ້ອງໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ເຈົ້າ​ຈະ​ຕ້ອງ​ຫາ​ງົວເຖິກໜຸ່ມ ມາ​ເປັນ​ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ.


ເມື່ອ​ອາທິດ​ໜຶ່ງ​ຜ່ານ​ໄປ​ແລ້ວ ໃຫ້​ບັນດາ​ປະໂຣຫິດ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ໃສ່​ເທິງ​ແທ່ນ​ນັ້ນ​ໄດ້. ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ກັບ​ພວກເຈົ້າ​ທຸກຄົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຫລັງຈາກ​ລາວ​ໄດ້​ນຳ​ງົວເຖິກ​ໜຸ່ມ​ໂຕໜຶ່ງ​ມາ ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ເພື່ອ​ເຜົາ​ບູຊາ​ແລ້ວ; ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ໄດ້.”


ຕໍ່ມາ ເພິ່ນ​ຈະ​ຕ້ອງ​ນຳ​ແບ້​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ໄປ​ທີ່​ແທ່ນບູຊາ​ແລະ​ເຮັດ​ພິທີ​ຖວາຍບູຊາ​ລຶບລ້າງ​ບາບ ແລະ​ພິທີ​ເຜົາບູຊາ​ເພື່ອ​ລຶບລ້າງ​ການບາບ​ຂອງ​ພວກເຈົ້າ​ແລະ​ຂອງ​ປະຊາຊົນ. ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ນີ້​ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.”


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.


ສ່ວນ​ຫ້ອງ​ຊັ້ນ​ໃນ​ນັ້ນ ມີ​ແຕ່​ມະຫາ​ປະໂຣຫິດ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ໄດ້ ແລະ​ເພິ່ນ​ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ​ເທົ່ານັ້ນ. ເພິ່ນ​ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ແກ່​ພຣະເຈົ້າ​ສຳລັບ​ຕົນເອງ ແລະ​ເພື່ອ​ຄວາມຜິດ​ໂດຍ​ບໍ່​ເຈດຕະນາ​ຂອງ​ປະຊາຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka