Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:5 - ພຣະຄຳພີສັກສິ

5 ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:5
14 Jak'a apnaqawi uñst'ayäwi  

ເພື່ອ​ເປັນ​ການ​ລຶບລ້າງ​ການບາບ​ຂອງ​ຣາຊວົງ ລວມ​ທັງ​ຂອງ​ປະຊາຊົນ​ຢູດາ ແລະ​ຊຳລະ​ພຣະວິຫານ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ, ແກະເຖິກ​ເຈັດ​ໂຕ, ລູກແກະ​ເຈັດ​ໂຕ ແລະ​ແບ້​ເຈັດ​ໂຕ. ເພິ່ນ​ບອກ​ບັນດາ​ປະໂຣຫິດ​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ຖວາຍ​ສັດ​ເຫຼົ່ານັ້ນ​ທີ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.


ສຳລັບ​ການ​ອຸທິດ​ຖວາຍ​ວິຫານ​ຂອງ​ພຣະເຈົ້າ​ນີ້ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ໜຶ່ງຮ້ອຍ​ໂຕ, ແກະເຖິກ​ສອງຮ້ອຍ​ໂຕ, ລູກແກະເຖິກ​ສີ່ຮ້ອຍ​ໂຕ​ເປັນ​ເຄື່ອງ​ບູຊາ ແລະ​ພວກເຂົາ​ໄດ້​ຖວາຍ​ແບ້ເຖິກ​ສິບສອງ​ໂຕ ເປັນ​ການ​ລົບລ້າງ​ບາບ ຄື​ໂຕໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ແກະ ຫລື​ແບ້​ໂຕໜຶ່ງ​ໃນ​ຝູງ​ຂອງຕົນ ຕ້ອງ​ໃຫ້​ເປັນ​ໂຕ​ເຖິກ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ເຮັດ​ບາບ ແລະ​ໄດ້​ນຳ​ຄວາມຜິດ​ມາ​ສູ່​ປະຊາຊົນ; ເພື່ອ​ລຶບລ້າງ​ບາບ​ຂອງຕົນ ເພິ່ນ​ຕ້ອງ​ນຳ​ງົວເຖິກໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳ​ໜິ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແລ້ວ​ໂມເຊ​ກໍໄດ້​ນຳ​ງົວເຖິກ​ມາ​ເພື່ອ​ຖວາຍ​ລຶບລ້າງ​ບາບ. ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ພາກັນ​ວາງ​ມື​ລົງ​ເທິງ​ຫົວ​ສັດ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ເພິ່ນ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຄື: ງົວເຖິກໜຸ່ມ​ໃຫ້​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໃຫ້​ເຜົາ​ຖວາຍບູຊາ.


ໃຫ້​ຖວາຍ​ແບ້ເຖິກ​ອີກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ເພີ່ມ​ຕື່ມ​ໃສ່​ແບ້​ທີ່​ຖືກ​ເຜົາບູຊາ​ເພື່ອ​ຊຳລະລ້າງ​ບາບ​ຂອງ​ປະຊາຊົນ ພ້ອມ​ທັງ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ຄູ່​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka