Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:4 - ພຣະຄຳພີສັກສິ

4 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ດັ່ງ​ຕໍ່ໄປນີ້. ກ່ອນ​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ ແລ້ວ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຄື: ໃສ່​ເສື້ອຄຸມ​ຍາວ​ມີ​ແຂນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ສາຍ​ຮັດ​ແອວ ແລະ​ໝວກສຸບ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:4
23 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ແກ່​ອາໂຣນ​ອ້າຍ​ຂອງ​ເຈົ້າ ໃຫ້​ສົມກຽດ​ແລະ​ສະຫງ່າງາມ.


ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.


ກ່ອນ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ແທ່ນບູຊາ​ສຳລັບ​ຖວາຍ​ບູຊາ​ດ້ວຍໄຟ​ແດ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ.


ຈົ່ງ​ນຳ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ໃຫ້​ພວກເຂົາ​ອາບນໍ້າ​ຊຳລະ​ຮ່າງກາຍ.


ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.


ກ່ອນ​ພວກເຂົາ​ຈະ​ໄປ​ທີ່​ເດີ່ນ​ດ້ານນອກ ບ່ອນ​ທີ່​ປະຊາຊົນ​ປະຊຸມກັນ​ຢູ່​ນັ້ນ ພວກເຂົາ​ຕ້ອງ​ແກ້​ເຄື່ອງ​ປະຈຳ​ໜ້າທີ່​ໃນ​ພຣະວິຫານ​ອອກ​ໄວ້​ໃນ​ຫ້ອງ​ສັກສິດ. ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຢ່າງ​ອື່ນ ເພື່ອ​ປ້ອງກັນ​ບໍ່​ໃຫ້​ປະຊາຊົນ​ໄດ້​ຮັບ​ອັນຕະລາຍ ຍ້ອນ​ເຄື່ອງນຸ່ງ​ອັນ​ສັກສິດ.


ໃນ​ທັນໃດນັ້ນ ຊາຍ​ຫົກ​ຄົນ​ໄດ້​ອອກ​ມາ​ແຕ່​ປະຕູ​ຂ້າງ​ນອກ ທາງ​ທິດເໜືອ​ຂອງ​ພຣະວິຫານ​ແຕ່ລະຄົນ​ຖື​ອາວຸດ​ຄົບມື. ໃນ​ພວກເຂົາ​ນັ້ນ​ມີ​ຊາຍ​ຜູ້ໜຶ່ງ​ມາ​ນຳ ຊຶ່ງ​ນຸ່ງ​ເຄື່ອງ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຖື​ເຄື່ອງຂຽນ​ຢ່າງໜຶ່ງ​ມາ​ດ້ວຍ. ພວກເຂົາ​ທັງໝົດ​ມາ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ທີ່​ເປັນ​ທອງສຳຣິດ.


ແລ້ວ​ອາໂຣນ​ກໍ​ຕ້ອງ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແກ້​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ຂອງ​ປະໂຣຫິດ ທີ່​ເພິ່ນ​ໄດ້​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ປະ​ໄວ້​ໃນ​ທີ່ນັ້ນ.


ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ​ໃນ​ບ່ອນ​ສັກສິດ ແລະ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ຕົນເອງ​ຄືນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ອອກ​ໄປ​ຂ້າງ​ນອກ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ປະຊາຊົນ.


ມະຫາ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ສະຖາປະນາ ແລະ​ອຸທິດ​ຕົນ​ໃຫ້​ສືບແທນ​ພໍ່​ຂອງຕົນ​ໃນ​ຖານະ​ເປັນ​ມະຫາ​ປະໂຣຫິດ​ນັ້ນ ຕ້ອງ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ນີ້. ເພິ່ນ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ປະໂຣຫິດ


ແລ້ວ​ປະໂຣຫິດ ຜູ້​ນຸ່ງ​ເສື້ອຄຸມ​ກັບ​ສົ້ງ​ຂາສັ້ນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ ກໍ​ຈະ​ເອົາ​ຂີ້ເຖົ່າ​ຂອງ​ໄຂມັນ​ເຫຼືອ​ທີ່​ແທ່ນບູຊາ ໄປ​ຖອກ​ໄວ້​ທີ່​ຂ້າງ​ແທ່ນ.


ຫລື​ໂດຍ​ເວົ້າ​ຕົວະ ແລະ​ສາບານ​ເຖິງ​ສິ່ງ​ທີ່​ເສຍ​ໄປ​ນັ້ນ​ວ່າ​ຕົນ​ບໍ່​ເຫັນ.


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ໄດ້​ກັບ​ຊົງ​ຍອມ​ສະຫລະ ແລະ ຊົງ​ຮັບ​ສະພາບ​ຂ້ອຍຂ້າ. ຊົງ​ຖື​ກຳເນີດ​ເປັນ​ມະນຸດ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ເຫດສະນັ້ນ ເມື່ອ​ພວກ​ລູກ​ໄດ້​ຮ່ວມ​ໃນ​ເລືອດເນື້ອ​ອັນ​ດຽວກັນ ຝ່າຍ​ພຣະອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ໃນ​ຊາດ​ມະນຸດ​ເໝືອນກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະອົງ​ຈະ​ໄດ້​ຊົງ​ທຳລາຍ​ຜູ້​ທີ່​ມີ​ອຳນາດ​ແຫ່ງ​ຄວາມ​ຕາຍ ຄື​ມານຮ້າຍ,


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka