Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:23 - ພຣະຄຳພີສັກສິ

23 ແລ້ວ​ອາໂຣນ​ກໍ​ຕ້ອງ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແກ້​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ຂອງ​ປະໂຣຫິດ ທີ່​ເພິ່ນ​ໄດ້​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ປະ​ໄວ້​ໃນ​ທີ່ນັ້ນ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:23
8 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ຢາກ​ໄປ​ທີ່​ເດີ່ນ​ຂ້າງ​ນອກ; ພວກເຂົາ​ຕ້ອງ​ແກ້​ເຄື່ອງນຸ່ງ​ອັນ​ສັກສິດ​ທີ່​ພວກ​ຕົນ​ນຸ່ງ​ໃນ​ຂະນະທີ່​ຮັບໃຊ້​ຢູ່​ນັ້ນ​ອອກ​ໄວ້​ໃນ​ຫ້ອງ​ເຫຼົ່ານີ້. ພວກເຂົາ​ຕ້ອງ​ໃສ່​ເຄື່ອງ​ອື່ນ​ກ່ອນ ຈຶ່ງ​ຈະ​ອອກ​ໄປ​ບ່ອນ​ທີ່​ປະຊາຊົນ​ມາ​ເຕົ້າໂຮມ​ກັນ​ໄດ້.”


ກ່ອນ​ພວກເຂົາ​ຈະ​ໄປ​ທີ່​ເດີ່ນ​ດ້ານນອກ ບ່ອນ​ທີ່​ປະຊາຊົນ​ປະຊຸມກັນ​ຢູ່​ນັ້ນ ພວກເຂົາ​ຕ້ອງ​ແກ້​ເຄື່ອງ​ປະຈຳ​ໜ້າທີ່​ໃນ​ພຣະວິຫານ​ອອກ​ໄວ້​ໃນ​ຫ້ອງ​ສັກສິດ. ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຢ່າງ​ອື່ນ ເພື່ອ​ປ້ອງກັນ​ບໍ່​ໃຫ້​ປະຊາຊົນ​ໄດ້​ຮັບ​ອັນຕະລາຍ ຍ້ອນ​ເຄື່ອງນຸ່ງ​ອັນ​ສັກສິດ.


ແບ້​ໂຕ​ນີ້​ກໍ​ຈະ​ຮັບ​ແບກ​ການບາບ​ທັງໝົດ​ຂອງ​ພວກເຂົາ ໄປ​ສູ່​ຖິ່ນ​ເປົ່າປ່ຽວ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ດັ່ງ​ຕໍ່ໄປນີ້. ກ່ອນ​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ ແລ້ວ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຄື: ໃສ່​ເສື້ອຄຸມ​ຍາວ​ມີ​ແຂນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ສາຍ​ຮັດ​ແອວ ແລະ​ໝວກສຸບ.


ຕໍ່ມາ ປະໂຣຫິດ​ຈະ​ປ່ຽນ​ຖ່າຍ​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຂີ້ເຖົ່າ​ໄປ​ຖິ້ມ​ນອກ​ຄ້າຍ ໃນ​ບ່ອນ​ເຮັດ​ຄວາມ​ສະອາດ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka