Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:21 - ພຣະຄຳພີສັກສິ

21 ເພິ່ນ​ຈະ​ວາງ​ມື​ທັງສອງ​ຂອງ​ເພິ່ນ​ລົງ​ເທິງ​ຫົວ​ແບ້ ແລະ​ສາລະພາບ​ສິ່ງ​ຊົ່ວຮ້າຍ​ທຸກຢ່າງ, ການບາບ​ນາໆ​ຊະນິດ ແລະ​ການ​ທໍລະຍົດ​ທຸກປະການ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຢອງ​ສິ່ງ​ທັງໝົດ​ນີ້​ທີ່​ເທິງ​ຫົວ​ຂອງ​ແບ້​ໂຕ​ນັ້ນ. ຕໍ່ມາ​ແບ້​ໂຕ​ນີ້ ກໍ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຊາຍ​ທີ່​ໄດ້​ຖືກ​ເລືອກ​ໄວ້.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:21
16 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ເອຊະຣາ​ກຳລັງ​ກົ້ມ​ພາວັນນາ​ອະທິຖານ​ຕໍ່ໜ້າ​ວິຫານ​ຂອງ​ພຣະເຈົ້າ ທັງ​ຮ້ອງໄຫ້​ແລະ​ສາລະພາບ​ບາບ​ເຫຼົ່ານີ້​ຢູ່, ກໍ​ມີ​ຊາວ​ອິດສະຣາເອນ​ເປັນ​ໝູ່ໃຫຍ່ ທັງ​ຊາຍ​ຍິງ ແລະ​ເດັກນ້ອຍ​ໄດ້​ມາ​ອ້ອມຮອບ​ເພິ່ນ​ທັງ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ຂ້ານ້ອຍ​ຍອມ​ຮັບຮູ້​ຄວາມຜິດ​ຂອງ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ສຳນຶກ​ເຖິງ​ການບາບ​ຂອງ​ຂ້ານ້ອຍ​ນັ້ນ.


ຈົ່ງ​ເອົາ​ງົວເຖິກ​ມາ​ທາງ​ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ອາໂຣນ​ພ້ອມ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກ​ນັ້ນ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ເມື່ອ​ອາໂຣນ​ເຮັດ​ພິທີ​ຊຳລະ​ລ້າງ​ບ່ອນ​ສັກສິດ​ທີ່ສຸດ, ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ແລ້ວ; ເພິ່ນ​ຈະ​ນຳ​ແບ້​ໂຕ​ຍັງ​ເປັນ​ຢູ່ ທີ່​ຕົກ​ເປັນ​ຂອງ​ອາຊາເຊນ ນັ້ນ​ມາ​ຖວາຍ.


ແບ້​ໂຕ​ນີ້​ກໍ​ຈະ​ຮັບ​ແບກ​ການບາບ​ທັງໝົດ​ຂອງ​ພວກເຂົາ ໄປ​ສູ່​ຖິ່ນ​ເປົ່າປ່ຽວ.


ແຕ່​ຖ້າ​ພວກເຈົ້າ​ຈະ​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ການບາບ​ຂອງ​ບັນພະບຸລຸດ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ເຮົາ


ເມື່ອ​ບຸກຄົນ​ໜຶ່ງ​ກະທຳ​ຜິດ ລາວ​ຕ້ອງ​ສາລະພາບ​ບາບ​ຂອງຕົນ


ດ້ວຍວ່າ, ມະນຸດ​ເຊື່ອ ກໍ​ເຊື່ອ​ໃນ​ໃຈ​ຂອງ​ຕົນເອງ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ທີ່​ຍອມ​ຮັບ ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຊົງ​ຖືກ​ໂຜດ​ໃຫ້​ພົ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka