Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 16:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ວ່າ ລາວ​ຈະ​ເຂົ້າ​ໄປ​ເບື້ອງ​ຫລັງ​ຜ້າກັ້ງ​ຕໍ່ໜ້າ​ພຣະທີ່ນັ່ງ​ແຫ່ງພຣະຄຸນ​ໃນ​ເວລາ​ກຳນົດ​ໃຫ້​ເທົ່ານັ້ນ​ຄື: ໃນ​ບ່ອນ​ສັກສິດ​ທີ່ສຸດ; ເພາະວ່າ​ທີ່​ນັ້ນ​ແມ່ນ​ບ່ອນ​ທີ່​ເຮົາ​ປາກົດ​ໃນ​ເມກ ເໜືອ​ຝາອັດ​ຫີບ​ພັນທະສັນຍາ. ຖ້າ​ລາວ​ບໍ່​ເຊື່ອຟັງ ລາວ​ຈະ​ຕ້ອງ​ຕາຍ.

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 16:2
26 Jak'a apnaqawi uñst'ayäwi  

ຫ້ອງ​ທາງ​ໃນ​ເອີ້ນ​ວ່າ ຫ້ອງ​ສັກສິດ​ທີ່ສຸດ​ໄດ້​ສ້າງ​ຢູ່​ທາງຫລັງ​ພຣະວິຫານ​ຊຶ່ງ​ຍາວ​ໄດ້​ເກົ້າ​ແມັດ ແລະ​ຂັ້ນ​ດ້ວຍ​ແປ້ນ​ໄມ້ແປກ​ຕັ້ງແຕ່​ພື້ນ​ຈົນ​ຈຸ​ເພດານ.


ແລ້ວ​ບັນດາ​ປະໂຣຫິດ​ກໍ​ຫາມ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ເຂົ້າ​ມາ​ໃນ​ພຣະວິຫານ ແລະ​ນຳ​ໄປ​ວາງ​ໄວ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ​ຄື​ຢູ່​ລຸ່ມ​ເຄຣຸບ.


ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.


ຈົ່ງ​ຢຶດຖື​ລະບຽບການ​ເຫຼົ່ານີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ. ພິທີ​ຊຳລະ​ນີ້​ໃຫ້​ຈັດ​ຂຶ້ນ​ປີ​ລະ​ເທື່ອ ເພື່ອ​ຊຳລະ​ປະຊາຊົນ​ອິດສະຣາເອນ​ຈາກ​ການບາບ​ຂອງ​ພວກເຂົາ. ດັ່ງນັ້ນ ໂມເຊ ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.


ພວກເຈົ້າ​ຈະ​ຕ້ອງ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ທັງເວັນ​ທັງຄືນ​ເປັນ​ເວລາ​ເຈັດ​ວັນ ໂດຍ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ຖ້າ​ພວກເຈົ້າ​ບໍ່​ເຮັດ​ຕາມ ພວກເຈົ້າ​ຈະ​ຕາຍ. ອັນນີ້ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້.”


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ໄປ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຮັກສາ​ໄວ້​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ​ຜູ້​ກະບົດ​ຕໍ່​ເຮົາ​ວ່າ ພວກເຂົາ​ຈະ​ເຊົາ​ຈົ່ມຮ້າຍ​ຕໍ່​ເຮົາ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ.”


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ໂດຍ​ເຂົ້າ​ມາ​ໃກ້​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ເຫຼົ່ານີ້. ເພື່ອ​ປ້ອງກັນ​ບໍ່​ໃຫ້​ເຫດ​ເກີດຂຶ້ນ​ໄດ້ ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ກຳກັບ​ບອກ​ພວກເຂົາ​ວ່າ ສິ່ງໃດ​ຄວນ​ເຮັດ​ແລະ​ສິ່ງໃດ​ຄວນ​ຫ້າມ.


ເວລາ​ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ ໃຫ້​ອາໂຣນ​ແລະ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ປົດ​ເອົາ​ຜ້າກັ້ງ​ຊຶ່ງ​ໃຊ້​ບັງ​ຫີບ​ພັນທະສັນຍາ​ນັ້ນ​ປົກ​ຫີບ​ໄວ້.


ແລ້ວ​ຜ້າກັ້ງ​ໃນ​ພຣະວິຫານ ກໍໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ໂງ່ນຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


ພຣະອົງ​ບໍ່​ຕ້ອງ​ເຂົ້າ​ໄປ​ຖວາຍບູຊາ​ພຣະອົງ​ເອງ​ຫລາຍ​ເທື່ອ ເໝືອນ​ດັ່ງ​ປະໂຣຫິດ​ທີ່​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ທຸກໆ​ປີ ແລະ​ນຳ​ເລືອດ​ໂດຍ​ບໍ່ແມ່ນ​ເລືອດ​ຂອງ​ຕົນເອງ​ເຂົ້າ​ໄປ​ຖວາຍ,


ພາຍ​ໃນ​ຜ້າກັ້ງ​ຊັ້ນ​ທີ​ສອງ​ມີ​ຫ້ອງ ຊຶ່ງ​ເອີ້ນ​ວ່າ ສະຖານທີ່​ສັກສິດ​ທີ່ສຸດ.


ຢູ່​ເທິງ​ຫີບ​ນັ້ນ ມີ​ຮູບ​ເຄຣູບ​ປະກອບ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ ປົກຄຸມ​ພຣະທີ່ນັ່ງ​ອັນ​ຊົງ​ພຣະ​ກະລຸນາ​ນັ້ນ. ສິ່ງ​ເຫຼົ່ານີ້ ເຮົາ​ຈະ​ພັນລະນາ​ໃຫ້​ລະອຽດ​ໃນ​ທີ່​ນີ້​ບໍ່ໄດ້.


ພຣະວິຫານ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າຣາສີ​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ. ບໍ່ມີ​ຜູ້ໃດ​ເຂົ້າ​ໄປ​ໃນ​ພຣະວິຫານ​ນັ້ນ​ໄດ້ ຈົນກວ່າ​ໄພພິບັດ​ທັງ​ເຈັດ ຂອງ​ເທວະດາ​ທັງ​ເຈັດ​ຕົນ​ນັ້ນ ຈະ​ໄດ້​ສິ້ນສຸດ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka